ປະເທດອາເມລິກາອາໄລຫາເຫດກໍ່ການຮ້າຍ11/09ພາຍຫລັງ15ປີ
(ພາບປະກອບ)
(vovworld) - ອາໄລຫາເຫດການ 11/09, ວັນທີ 11/09/2016, ຊື່ຂອງຜູ້ເສຍຊີວິດເກືອບ 3000 ຄົນໃນບັນດາເຫດບຸກໂຈມຕີກໍ່ການຮ້າຍນອງເລືອດທີ່ສຸດໃນປະຫວັດສາດຂອງ ອາເມລິກາ ກ່ອນນີ້ 15 ປີ ໄດ້ອ່ານຄືນອີກຄັ້ງໜຶ່ງຢູ່ເຂດເລກທີ 0 (Ground Zero) ປະຈຸບັນແມ່ນຫໍພິພິດທະພັນບັນດາຜູ້ປະສົບເຄາະຮ້າຍຈາກເຫດການ 11/09 ແລະ ເຂດສູນການຄ້າໂລກໃໝ່ຢູ່ນະຄອນ ນິວຢອກ. ພິທີອາໄລຫາດຳເນີນໃນ 6 ນາທີເປັນມິດງຽບ ເພື່ອເປັນຂີດໝາຍຈຸດເວລາຮ້າຍແຮງທີ່ສຸດຂອງເຫດການກໍ່ການຮ້າຍກ່ອນນີ້ 15 ປີ. ຄາດວ່າ ທີ່ພິທີອາໄລຫາຢູ່ນະຄອນຫລວງ ວໍຊິງຕັນ ທ່ານປະທານາທິບໍດີ ອາເມລິກາ Barack Obama ຈະມີບົດກ່າວປາໄສ. ໃນບົດກ່າວປາໄສໃນວັນທີ 10/09 ທ່ານ Barack Obama ໄດ້ຢືນຢັນວ່າ: ປະເທດ ອາເມລິກາ ບໍ່ອາດຈະຜ່ອນສັ້ນຜ່ອນຍາວກັບບັນດາຜູ້ທີ່ຫວັງຈະແບ່ງແຍກປະເທດ ອາເມລິກາ.