ເຂດຕັ້ງຖິ່ນຖານຄົງທີ່ຂອງ Ramot ຂອງ ອິສະຣາແອນ
(ພາບ: AFP/TTXVN) |
(vovworld) – ວັນທີ 26/1, ອຳນາດການປົກຄອງ ປາແລດສະຕີນ (PA) ໄດ້ກ່າວປະນາມເຫດການບຸກໂຈມຕີຂອງ ອິດສະຣາແອນ ແນໃສ່ຢຶດຄອງດິນແດນຂອງ ປາແລດສະຕີນ ໂດຍຜ່ານການເຄື່ອນໄຫວຕັ້ງຖິ່ນຖານຄົງທີ່ ແລະ ຮຽກຮ້ອງໃຫ້ປະຊາຄົມໂລກບັງຄັບໃຫ້ ອິດສະຣາແອນ ຢຸດຕິການຢຶດຄອງ. PA ຖືວ່າ: ເລື່ອງ ອິດສະຣາແອນ ປິນຂັ້ນໄດໃນການເຄື່ອນໄຫວຕັ້ງຖິ່ນຖານຄົງທີ່ ຢູ່ Jerusalem, Hebron, ຮ່ວມພູຈໍແດນ ແລະ ສະຖານທີ່ອື່ນໆແມ່ນໄປຝືນກັບບັນດາມາດຕະການແກ້ໄຂໂດຍຄົງຕົວ 2 ລັດ, ເຮັດໃຫ້ເພີ່ມທະວີໄພເກີດສົງຄາມທາງສາສະໜາໃນພາກພື້ນ. ກະຊວງການຕ່າງປະເທດ PA ກໍຮຽກຮ້ອງໃຫ້ປະຊາຄົມໂລກຮັບຮອງເອົາວິທີແຂງແຮງກ່ວາເພື່ອບັງຄັບໃຫ້ອິດສະຣາແອນ ຢຸດຕິການຢຶດຄອງເຂດດິນແດນຂອງ ປາແລດສະຕີນ ກໍຄືສະກັດກັ້ນການເຄື່ອນໄຫວຕັ້ງຖິ່ນຖານຄົງທີ່ ແລະ ບັນດາບາດກ້າວເດີນພຽງລຳພັງຝ່າຍດຽວຂອງ ອິດສະຣາແອນ. ກະຊວງດັ່ງກ່າວກໍໃຫ້ຮູ້ວ່າ: ພວມຮັກສາການຕິດຕໍ່ພົວພັນກັບຫຼາຍປະເທດເພື່ອຊຸກຍູ້ບັນດາມະຕິຂອງ ສປຊ ແນໃສ່ຢຸດຕິການເຄື່ອນໄຫວຕັ້ງຖິ່ນຖານຄົງທີ່, ຈັດຕັ້ງກອງປະຊຸມສາກົນກ່ຽວກັບສັນຕິພາບ ແລະ ປະຕິບັດການອາລັກຂາຂອງສາກົນສຳລັບປະຊາຊົນປາແລດສະຕີນ.