(vovworld) - ໃນວາລະປະຊຸມເມື່ອຕອນບ່າຍວັນທີ 03/06, ບັນດາສະມາຊິກລັດຖະສະພາ ປາກິດສຖານ ໄດ້ປ່ອນບັດເລືອກທ່ານ Sardar Ayaz Sadiq, ຜູ້ອອກສະໝັກຮັບເລືອກຕັ້ງຂອງພັກສະຫະພັນອິດສລາມ Nawaz ປາກິດສຖານ (PML - N) ໂດຍທ່ານອະດີດນາຍົກລັດຖະມົນຕີ Nawaz Sharif ນຳໜ້າ, ເປັນປະທານສະພາແຫ່ງຊາດ ປາກິດສຖານ ຊຸດໃໝ່. ປະທານສະພາແຫ່ງຊາດ ຜູ້ໃກ້ຈະໝົດອາຍຸການ, ທ່ານນາງດຣ Fahmida Mirza ໃຫ້ຮູ້ວ່າ ທ່ານ Sadiq ໄດ້ກາຍເປັນປະທານສະພາແຫ່ງຊາດຊຸດທີ 14 ຢູ່ປາກິດສຖານ ພາຍຫຼັງຍາດໄດ້ບັດສະໜັບສະໜູນ 258 ບັດ ໃນຈຳນວນ 313 ບັດເລືອກຕັ້ງຢູ່ສະພາແຫ່ງຊາດ ເຊິ່ງລວມມີ 342 ທີ່ນັ່ງ. ຄູ່ແຂງຂອງທ່ານ Sadiq ແມ່ນຜູ້ອອກສະໝັກຮັບເລືອກຕັ້ງ Shehryar Afridi ຂອງພັກຂະບວນການເພື່ອຄວາມຍຸຕິທຳ (PTI) ຍາດໄດ້ບັດສະໜັບສະໜູນພຽງ 31 ບັດ, ສ່ວນຜູ້ອອກສະໝັກຮັບເລືອກຕັ້ງ Iqbal Quadri ຂອງຂະບວນການ Muttahida (MQM) ຍາດໄດ້ 23 ບັດສະໜັບສະໜູນ. ທ່ານນາງ Mirza ໄດ້ອວຍພອນປະທານສະພາແຫ່ງຊາດຄົນໃໝ່ ແລະ ໃຫ້ຮູ້ວ່າ ໄດ້ກຽມພ້ອມການມອບໂອນຕຳແໜ່ງນີ້ໃຫ້ແກ່ທ່ານ Sadiq. ພາຍຫຼັງການປ່ອນບັດເລືອກຕັ້ງໄດ້ຮັບການປະກາດ, ທ່ານ Sadiq ໄດ້ສະບານຕົວດຳລົງຕຳແໜ່ງ.