ປາກິດສະຖານ ປະຕິເສດ ການສືບສວນກ່ຽວກັບ ການບຸກໂຈມຕີທາງອາກາດຂອງ ນາໂຕ
ກອງທັບ ປາກິດສະຖານ ໄດ້ປະຕິເສດບົດລາຍງານກ່ຽວກັບການສືບສວນການບຸກໂຈມຕີທາງອາກາດຂອງ ນາໂຕ ໃນເດືອນ ພະຈິກ ຢູ່ເຂດຊາຍແດນຂອງປະເທດນີ້ ເຊິ່ງເຮັດໃຫ້ທະຫານປາກິດສະຖານ 24 ຄົນຖືກເສຍຊີວິດ. ຄຳຖະແຫຼງຂອງກອງທັບ ປາກິດສະຖານ ຖືກຍົກອອກໃນຕອນເຊົ້າວັນທີ 23 ທັນວາໄດ້ຊີ້ແຈງວ່າບົດລາຍງານທີ່ສືບສວນຂາດຖານຕົວຈິງ ແລະ ປາກິດສະຖານ ຈະຍົກມີປະຕິກິລິຍາລະອຽດພາຍຫຼັງໄດ້ຮັບບົດລາຍງານສືບສວນ. ກອນໜ້ານັ້ນ, ຝ່າຍ ອາເມລິກາ ໄດ້ປະກາດບົດລາຍງານສືບສວນໂດຍສະຫຼຸບວ່າ ທັງ ປາກິດສະຖານ ແລະ ອາເມລິກາ ລ້ວນແຕ່ມີຄວາມຜິດທີ່ພາໄປເຖິງບັນດາການບຸກໂຈມຕີທາງອາກາດນີ້. ການບຸກໂຈມຕີຂອງ ນາໂຕ ເມື່ອວັນທີ 26 ພະຈິກ ທີ່ຜ່ານມາຢູ່ດ່ານກວດກາທະຫານ ປາກິດສະຖານເຊິ່ງເຮັດໃຫ້ທະຫານ ປາກິດສະຖານ 24 ຄົນຖືກເສຍຊີວິດ ແລະ ເຮັດໃຫ້ສາຍພົວພັນລະຫ່ວາງ ປາກິດສະຖານ ອາເມລິກາ ແລະ ນາໂຕ ຍິ່ງເພີ່ມຄວາມເຄັ່ງຕຶງ ປະຈຸບັນເຄັ່ງຕຶງຂື້ນຕື່ມ .