ປາກິສະຖານດຳເນີນການເລືອກຕັ້ງທ້ອງຖີ່ນຄັ້ງທຳອິດໃນໜຶ່ງທົດສະວັດ

ປາກິສະຖານດຳເນີນການເລືອກຕັ້ງທ້ອງຖີ່ນຄັ້ງທຳອິດໃນໜຶ່ງທົດສະວັດ - ảnh 1
ທ່ານ​ນາຍົກລັດຖະມົນຕີ Nawaz Sharif
(ພາບປະກອບ: THX/TTXVN)

(vovworld) - ວັນ​ທີ 31/10, ຊາວ​ປາ​ກິ​ສະຖານ​ ນັບ​ລ້ານ​ຄົນ ​ໄດ້​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ຂັ້ນ​ທ້ອງ​ຖີ່​ນຄັ້ງ​ທຳ​ອິດ​ໃນ​​ໄລຍະສິບ​ປີ​ຜ່ານ​ມາ. ນີ້​ຖືກ​ຖື​ວ່າ​ແມ່ນ​ການລົງ​ປະຊາ​ມະຕິ​ກາງ​ສະ​ໄໝສຳລັບ​ພັກ​ສະຫະພັນ​ອິດສະ​ລາມ ປາ​ກິ​ສະຖານ (PMLN) ກຳ​ອຳນາດ​ ຂອງ​ທ່ານ​ນາຍົກລັດຖະມົນຕີ Nawaz Sharif. ການ​ເລືອກ​ຕັ້ງ​ຖືກ​ດຳ​ເນີນ​ຢູ່ 2 ​ໃນ​ຈຳນວນ 4 ​ແຂວງ​ຂອງ​ປາ​ກິ​ສະຖານ, ດ້ວຍ​ຈຳນວນ​ພົນລະ​ເມືອງ​ຂອງທັງ 2 ​ແຂວງ​ດັ່ງກ່າວ​ແມ່ນ 24,6 ລ້ານ​ຄົນ. ສ່ວນ​ 2 ​ແຂວງ​ຍັງ​ເຫຼືອ​ໄດ້​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ກ່ອນ​ນີ້ 2, 3 ​ເດືອນ​ແລ້ວ. ຝ່າຍ​ຄ້ານ​ຫວັງ​ວ່າ​ຈະ​ກໍ່ສ້າງ​ພັນທະ​ມິດ​ທີ່​ກວ້າງ​ໃຫຍ່, ສາມາດ​ທ້າ​ທາຍ​ກັບ​ພັກ PMLN ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດຈະ​ມາ​ເຖິງ. ບັນດາ​ນັກ​ສັງ​ເກດ​ການ​ພວມ​ຕິດຕາມ​ການ​ເລືອກ​ຕັ້ງ​ທ້ອງ​ຖີ່​ນຢູ່ PunJab, ​ແຂວງ​ທີ່​ມີ​ພົນລະ​ເມືອງ​ຫຼາຍ ​ແລະ ຮັ່ງມີ​ກວ່າ​ໝູ່​ຂອງ ປາ​ກິ​ສະຖານ, ນີ້​ກໍ່​​ແມ່ນ​ແຫ່ງ​ທີ່​ທ່ານ Nawaz Sharif  ຍາດ​ໄດ້​ການ​ສະໜັບສະໜູນ​ສູງ​ສຸດຢ່າງ​ໃກ້ຊິດ.

ຂ່າວ/ບົດ​ອື່ນ