ປາຣາກວາຍ ຍົກຍ້າຍສະຖານທູດຢູ່ ອິດສະລາແອັນ ກັບຄືນສູ່ Tel Aviv

(VOVWORLD) - ວັນທີ 05 ກັນຍາ ທ່ານລັດຖະມົນຕີການຕ່າງປະເທດ ປາຣາກວາຍ Luis Alberto Castiglioni ໄດ້ຖະແຫຼງວ່າ ປະເທດນີ້ ຈະຍົກຍ້າຍສະຖານທູດຂອງຕົນທີ່ຕັ້ງຢູ່ ອິດສະລາແອັນ ກັບຄືນສູ່ Tel Aviv.
ປາຣາກວາຍ ຍົກຍ້າຍສະຖານທູດຢູ່ ອິດສະລາແອັນ ກັບຄືນສູ່ Tel Aviv - ảnh 1ປາຣາກວາຍ ຍົກຍ້າຍສະຖານທູດຢູ່ ອິດສະລາແອັນ ກັບຄືນສູ່ Tel Aviv ( ພາບປະກອບ:  NYT)

ນີ້ແມ່ນຂໍ້ຕົກລົງຂອງທ່ານປະທານາທິບໍດີ Mario Abdo ຄົນໃໝ່, ຜູ້ທີ່ຫາກໍ່ສາບານຕົວຮັບດຳລົງຕຳແໜ່ງເປັນປະທານາທິບໍດີໃນວັນທີ 15 ສິງຫາ,  ເພື່ອແນໃສ່ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມດ້ານການທູດຂອງພາກພື້ນ ແລະ ສາກົນ ເພື່ອບັນລຸໄດ້ພື້ນຖານສັນຕິພາບຢ່າງກ້ວາງຂວາງ, ຍຸຕິທຳ ແລະ ຍາວນານຢູ່ຕາເວັນອອກກາງ. ຕາມທ່ານລັດຖະມົນຕີການຕ່າງປະເທດ ປາຣາກວາຍ ແລ້ວ, ຂໍ້ຕົກລົງຍົກຍ້າຍສະຖານທູດຂອງປະເທດນີ້ຢູ່ Jerusalem ກັບຄືນສູ່ Tel Aviv ຈະມີຜົນສັກສິດໃນທັນທີ.

        ປະຕິກິລິຍາຕໍ່ການກະທຳດັ່ງກ່າວຂອງລັດຖະບານ ປາຣາກວາຍ ວັນດຽວກັນ, ລັດຖະບານ ອິດສະລາແອັນ ຖະແຫຼງວ່າ ຈະປິດສະຖານທູດຂອງປະເທດນີ້ທີ່ປະຈຳຢູ່ ປາຣາກວາຍ. ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu ໃຫ້ຮູ້ວ່າ ການກະທຳຂອງ ປາຣາກວາຍ ແມ່ນ “ຮ້າຍແຮງທີ່ສຸດ” ໄດ້ກໍ່ຜົນຮ້າຍຕໍ່ການພົວພັນ 2 ຝ່າຍ.

        ໃນຂະນະນັ້ນ, ຢູ່ ປາແລັດສະຕິນ, ພາຍຫລັງການຖະແຫຼງຂອງລັດຖະບານ ປາຣາກວາຍ ແລ້ວ, ທ່ານລັດຖະມົນຕີການຕ່າງປະເທດ ປາແລັດສະຕິນ Riyad al-Maliki ກໍ່ໃຫ້ຮູ້ວ່າ: ປະເທດນີ້ ຈະເປີດສະຖານທູດປະຈຳຢູ່ ປາຣາກວາຍ ໃນທັນທີ.

ຕອບກັບ

ຂ່າວ/ບົດ​ອື່ນ