(ລັດຖະມົນຕີການຕ່າງປະເທດ ປາແລດສຕິນ)
(vovworld) - ວັນທີ 14/02, ທ່ານລັດຖະມົນຕີການຕ່າງປະເທດ ປາແລດສຕິນ Riyad al Malki ໃຫ້ຮູ້ວ່າ, ປະເທດນີ້ໄດ້ກຽມພ້ອມການເຈລະຈາສັນຕິພາບກັບ ອິດສຣາແອນ ຄືນໃໝ່, ແຕ່ວິວັດການນີ້ຖືກຕັດສິນໂດຍອີ່ງໃສ່ທ່າທີ່ຂອງອິດສຣາແອນ. ກ່າວຄຳເຫັນພາຍຫຼັງເຂົ້າຮ່ວມກອງປະຊຸມຢູ່ ໂຕກຽວ ໂດຍບັນດາປະເທດອາຊີຕາເວັນອອກ ຮ່ວມມື ເພື່ອແນໃສ່ສົ່ງເສີມການພັດທະນາປາແລດສຕິນ, ທ່ານ Riyad al Malki ໃຫ້ຮູ້ວ່າ, ພຽງແຕ່ເມື່ອ ອິດສຣາແອນ ຈິ່ງໃຈເຂົ້າຮ່ວມວິວັດການເຈລະຈາສັນຕິພາບ, ປາແລດຕິນ ຈະເຫັນດີດຳເນີນວິວັດທະນາການເຈລະຈາສັນຕິພາບກັບ ອິດສຣາແອນ. ທ່ານລັດຖະມົນຕີການຕ່າງປະເທດ ປາແລດສຕິນ Riyad al Malki ກໍຊົມເຊີຍການໄປຢ້ຽມຢາມຕາເວັນອອກກາງຂອງທ່ານປະທານາທິບໍດີ ອາເມລິກາ Obama. ແຕ່ວ່າ, ທ່ານກໍສະແດງຄວາມລະມັດລະວັງຕໍ່ໝາກຜົນຂອງການຢ້ຽມຢາມນີ້. ທ່ານກໍຫວັງວ່າ ທ່ານລັດຖະມົນຕີການຕ່າງປະເທດຄົນໃໝ່ຂອງອາເມລິກາ Kerry ຈະມາຢ້ຽມຢາມປາແລດຕິນ ໂດຍໄວ, ຈາກນັ້ນຈະຊອກຫາວິທີດຳເນີນວິວັດທະນາການເຈລະຈາສັນຕິພາບລະຫວ່າງ ປາແລດສຕິນ ແລະ ອິດສຣາແອນ.