ປາແລດສຕິນຢືນຢັນບໍ່ມີການເຈລະຈາສັນຕິພາບເປັນທາງການກັບອິດສຣາແອນ
(ພາບປະກອບ: AFP)
(vovworld) - ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດຂອງອຳນາດການປົກຄອງແຫ່ງຊາດປາແລດສຕິນ (PNA) Reyad El Malki, ວັນທີ 11/08 ຖະແຫຼງວ່າ, ບໍ່ມີການຈັດຕັ້ງບັນດາການພົບປະດ້ານການເມືອງເປັນທາງການລະຫວ່າງປາແລດສຕິນ ແລະ ອິດສຣາແອນ. ຄຳຢືນຢັນດັ່ງກ່າວຖືກຍົກອອກມາພາຍຫຼັງທີ່ມີແຫຼ່ງຂ່າວໂດຍຖືວ່າ ທ່ານຫົວໜ້າຄະນະເຈລະຈາປາແລດສຕິນ Saeb Erekat ແລະ ທ່ານລັດຖະມົນຕີວ່າການກະຊວງພາຍໃນອິດສຣາແອນ Silvan Shalom ຫວ່າງມໍ່ໆມານີ້ ໄດ້ມີການພົບປະກັນຢູ່ Jerusalem. ການເຈລະຈາສັນຕິພາບຢູ່ຕາເວັນອອກກາງ ໄດ້ຮັບການຈັດຕັ້ງ ພາຍໃຕ້ການໜູນຊ່ວຍຂອງອາເມລິກາ ແຕ່ຖືກປະລາໄຊ ພາຍຫຼັງທີ່ປາແລດສຕິນ ປະກາດກ່ຽວກັບ, ການສ້າງຕັ້ງລັດຖະບານສາມັກຄີກັບ Hamas.