( ທ່ານ Azzam Al Ahmad )
( vov world ) ວັນທີ 5 ກຸມພາ, ທີ່ການພົບປະຢູ່ ໂດຮາ ຂອງ ກາຕາ, ຜູ້ຕາງໜ້າຂອງຝ່າຍ ຟາຕາ ແລະ ຂະບວນການປະກອບອາວຸດສາສະໜາມຸດສະລິມ ຮາມາດ ຂອງ ປາແລດສະຕິນ ໄດ້ມີການຕົກລົງນຳກັນວ່າ ການເລືອກຕັ້ງສະພາແຫ່ງຊາດ ແລະ ການເລືອກຕັ້ງປະທານາທິບໍດີ ປາແລດສະຕິນ ຄວນໄດ້ຮັບການຈັດຕັ້ງຂື້ນໂດຍໄວ. ໂຄສົກຂອງ ຟາຕາ, ທ່ານ Azzam Al Ahmad ໃຫ້ຮູ້ວ່າ, ທ່ານປະທານາທິບໍດີ ປາແລດສະຕິນ Mahmud Abbas ແລະ ການນຳ ຮາມາດ ທ່ານ Khaled Meshaal ໄດ້ມີການພົບປະກັນເພື່ອຢັງຫາງສຽງກ່ຽວກັບຄວາມສາມາດສ້າງຕັ້ງລັດຖະບານ ປາແລດສະຕິນ ຊົ່ວຄາວເພື່ອກະກຽມໃຫ້ແກ່ການເລືອງຕັ້ງທົ່ວປະເທດ ແລະ ປຶກສາຫາລືການປະຕິບັດຂໍ້ຕົກລົງໄກ່ເກ່ຍເຊິ່ງ 2 ຝ່າຍບັນລຸໄດ້ເມື່ອເດືອນ ພຶດສະພາ ປີ 2011. ການພົບປະຄັ້ງນີ້ໄດ້ດຳເນີນໄປຢ່າງຕັ້ງໜ້າ, 2 ຝ່າຍບັນລຸໄດ້ຂໍ້ຕົກລົງໃນທຸກໆດ້ານກ່ຽວກັບບັນດາບັນຫາທີ່ສຳຄັນເຊິ່ງກ່ຽວຂ້ອງເຖິງການປະຕິບັດຂໍ້ຕົກລົງໄກ່ເກ່ຍ, ໃນນັ້ນມີເລື່ອງຈັດຕັ້ງການເລືອກຕັ້ງທົ່ວປະເທດໂດຍໄວ, ນອກຈາກຂໍ້ຕົກລົງດັ່ງກາວ, 2 ຝ່າຍກໍ່ດຳເນີນການປຶກສາຫາລືກ່ຽວກັບການເຈລະຈາສັນຕິພາບເຊິ່ງພວມຕົກຢູ່ໃນສະພາບບໍ່ມີທາງອອກລະຫວ່າງ ປາແລດສະຕິນ ແລະ ອິດສະຣາແອນ .