(ພາບປະກອບ)
(vovworld) – ວັນທີ 25/5, ຢູ່ນອກເວທີປາໄສເສດຖະກິດໂລກທີ່ພວມດຳເນີນຢູ່ຈໍແດນ, ປະທານາທິບໍດີ ປາແລດສະຕີນ Mahmoud Abbas ໄດ້ແຈ້ງໃຫ້ຊາບວ່າ ຈະສ້າງຕັ້ງລັດຖະບານໃໝ່ໃນ 2-3 ສັບປະດາໜ້າ. ແຕ່ປະທານາທິບໍດີ ປາແລດສະຕີນ ພັດບໍ່ໃຫ້ຮູ້ຢ່າງລະອຽດກ່ຽວກັບລັດຖະບານໃໝ່ນີ້, ກ່ອນນັ້ນ, ເຈົ້າໜ້າທີ່ຂັ້ນສູງຈຳນວນໜຶ່ງຂອງປາແລດສະຕີນ ກໍ່ຮັບຮູ້ວ່າ, ທ່ານ Abbas ເລີ່ມມີການທາບທາມກ່ຽວກັບການສ້າງຕັ້ງລັດຖະບານໃໝ່. ຄະນະກຳມະການບໍລິຫານຂອງອົງການປົດປ່ອຍປາແລດສະຕີນ (PLO) ແລະ ຄະນະກຳມະການສູນກາງຂອງຂະບວນການ Fatah ຄາດວ່າຈະຈັດການປະຊຸມໃນອາທິດໜ້າ ເພື່ອປຶກສາຫາລືກ່ຽວກັບການສ້າງຕັ້ງລັດຖະບານນີ້.