ປາແລັດສະຕິນ ຕຳໜິຕິຕຽນຄຳວິຈານຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ກ່ຽວກັບເຂດຕັ້ງຖິ່ນຖານຂອງ ອິດສະລາແອັນ

(VOVWORLD) - ວັນທີ 14 ເມສາ, ສຳນັກຂ່າວສານ ປາແລັດສະຕິນ WAFA ໃຫ້ຮູ້ວ່າ: ປາແລັດສະຕິນ ຄັດຄ້ານບັນດາຄຳວິຈານຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ກ່ຽວກັບບັນດາເຂດຕັ້ງຖິ່ນຖານຂອງ ອິດສະລາແອັນ ໃນຜືນແຜ່ນດິນຂອງຊາວ ປາແລັດສະຕິນ. 

ຕາມ WAFA ແລ້ວ, ທ່ານ Nabil Abu Rudeineh, ໂຄສົກຂອງທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas, ຢືນຢັນວ່າ ທຸກຮູບການຕັ້ງຖິ່ນຖານໃນເຂດດິນແດນຂອງ ປາແລັດສະຕິນ ຖືກ ອິດສະລາແອັນ ຢຶດຄອງນັບແຕ່ປີ 1967 ລ້ວນແຕ່ແມ່ນຜິດກົດໝາຍຕາມຂໍ້ກຳນົດຂອງກົດໝາຍສາກົນ.

        ກ່ອນໜ້ານັ້ນ, ວັນທີ 13 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ຖືວ່າ: ບັນດາຄຳຖະແຫຼງຂອງທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu ກ່ຽວກັບເລື່ອງກໍ່ສ້າງບາງເຂດຕັ້ງຖິ່ນຖານຂອງ ອິດສະລາແອັນ ຕື່ມອີກ ຢູ່ຝັ່ງຕາເວັນຕົກ “ບໍ່ກໍ່ຜົນຮ້າຍຕໍ່ແຜນການສັນຕິພາບຂອງ ອາເມລິກາ”.

ຕອບກັບ

ຂ່າວ/ບົດ​ອື່ນ