(vovworld) – ວັນທີ 28/5, ບັນດາຂະບວນການ ປາແລດສະຕີນ ແມ່ນ Hamas ແລະ Fatar ໄດ້ເລີ່ມດຳເນີນການເຈລະຈາ ເພື່ອແນໃສ່ສ້າງຕັ້ງລັດຖະບານສາມັກຄີແຫ່ງຊາດ ເພື່ອແກ້ໄຂສະພາບການເມືອງບໍ່ມີທາງອອກເພື່ອເປີດຊ່ອງທາງໃຫ້ແກ່ການເລືອກຕັ້ງຢູ່ ປາແລດສະຕີນ ໃນໄລຍະຈະມາເຖິງ. ທ່ານ Ismail Haniyed, ນາຍົກລັດຖະມົນຕີຂອງຂະບວນການ Hamas ໃນການພົບປະກັບທ່ານ Hanna Nasir, ປະທານຄະນະກຳມະການເລືອກຕັ້ງສູນກາງ ປາແລດສະຕີນ ໄດ້ເຫັນດີເລືອກຕັ້ງບັນດາສະມາຊິກຂອງລັດຖະບານ. ປາແລດສະຕີນ ເພື່ອແນໃສ່ຕິດຕາມກວດກາການເລືອກຕັ້ງ. ຂໍ້ຕົກລົງລະຫວ່າງ 2 ຝ່າຍກໍຈະເປີດຊ່ອງທາງ ເພື່ອໃຫ້ຄະນະກຳມະການເລືອກຕັ້ງສູນກາງ ປາແລດສະຕີນ ມີໂອກາດເຄື່ອນໄຫວຢູ່ເຂດ Gaza ໃນໄລຍະຈະມາເຖິງ. ນີ້ຖືກຖືວ່າແມ່ນເງື່ອນໄຂ ເຊິ່ງ ທ່ານປະທານາທິບໍດີ Abbas ຍົກອອກມາເພື່ອໃຫ້ 2 ຝ່າຍເລີ່ມດຳເນີນການທາບທາມຄວາມເຫັນ ເພື່ອແນໃສ່ສ້າງຕັ້ງລັດຖະບານສາມັກຄີແຫ່ງຊາດ. ຕາມທ່ານ Nasir ແລ້ວ, ວິວັດການລົງທະບຽນເປັນຜູ້ມີສິດເລືອກຕັ້ງ ຈະດຳເນີນໃນຮອບເວລາ 6 ອາທິດ ແລະ ຫຼັງຈາກນັ້ນ, ທ່ານປະທານາທິບໍດີ Abbas ຈະຕັດສິນວັນຈັດຕັ້ງການເລືອກຕັ້ງປະທານາທິບໍດີ ແລະ ສະພາແຫ່ງຊາດ ປາແລດສະຕີນ.