ປາແລັດສະຕິນ ຢຸດຕິທຸກການຕິດຕໍ່ກັບ ອິດສະລາແອັນ ຍ້ອນບັນດາການຂັດແຍ້ງກັນຢູ່ Jerusalem

(VOVWORLD) - ວັນທີ 21 ກໍລະກົດ ທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas ຖະແຫຼງວ່າ
ປາແລັດສະຕິນ ຢຸດຕິທຸກການຕິດຕໍ່ກັບ ອິດສະລາແອັນ ຍ້ອນບັນດາການຂັດແຍ້ງກັນຢູ່ Jerusalem - ảnh 1 (ພາບປະກອບ)

ຢຸດຕິທຸກການຕິດຕໍ່ກັບວົງການເຈົ້າໜ້າທີ່ ອິດສະລາແອັນ, ພາຍຫລັງການໂຕ້ຖຽງກັນທີ່ກ່ຽວຂ້ອງເຖິງບັນດາມາດຕະການປ້ອງກັນຄວາມສະຫງົບໂດຍຝ່າຍ ອິດສະລາແອັນ ຜັນຂະຫຍາຍຢູ່ໂບດມຸດສະລິມ Al-Aqsa ຢູ່ Jerusalem ທິດຕາເວັນອອກ. ໃນບົດກ່າວປາໄສຕໍ່ວົງການເຈົ້າໜ້າທີ່ ປາແລັດສະຕິນ, ທ່ານປະທານາທິບໍດີ Abbas ໃຫ້ຮູ້ວ່າ: ເລື່ອງຢຸດຕິການຕິດຕໍ່ຈະສືບຕໍ່ຈົດຮອດຍາມໃດ ອິດສະລາແອັນ ຍົກເລີກບັນດາມາດຕະການປ້ອງກັນຄວາມສະຫງົບຢູ່ເຂດໂບດ Al-Aqsa. ທ່ານປະທານາທິບໍດີ ປາແລັດສະຕິນ ຖືການກະທຳຂອງ ອິດສະລາແອັນ ແມ່ນການກະທຳນຳໃຊ້ມາດຕະການປ້ອງກັນຄວາມສະຫງົບ ເພື່ອຄວບຄຸມໂບດ Al-Aqsa.

        ເຂດໂບດ Al-Aqsa ນອນຢູ່ Jerusalem ທິດຕາເວັນອອກ, ເຂດດິນແດນ ຊຶ່ງອິດສະລາແອັນ ຢຶດເອົາຈາກ ຈໍແດນ ແລະ ໂຮມເຂົ້າໃນປີ 1967. ຈໍແດນ ຮັກສາສິດຄຸ້ມຄອງເຂດໂບດດັ່ງກ່າວ ແລະ ອິດສະລາແອັນ ຄວບຄຸມທາງເຂົ້າເຂດໂບດ. ຊາວຢິວ ກໍ່ຖືເຂດໂບດນີ້ ແມ່ນເຂດດິນແຫ່ງສັກສິດ ແລະ ເອີ້ນວ່າ ພູໂບດ. 

ຕອບກັບ

ຂ່າວ/ບົດ​ອື່ນ