ປາແລດສະຕີນຮຽກຮ້ອງປະຊາຄົມສາກົນສະກັດກັ້ນແຜນການກໍ່ສ້າງຂອງອິດສະຣາແອນຢູ່ພາກພາຕາເວັນອອກJerusalem
ພາບປະກອບ
(vovworld) – ວັນທີ 25/7, ອຳນາດການປົກຄອງ ປາແລດສະຕີນ (PA) ຮຽກຮ້ອງໃຫ້ປະຊາຄົມໂລກ ມີການກະທຳທີ່ຈຳເປັນເພື່ອສະກັດກັ້ນແຜນການກໍ່ສ້າງບັນດາເຂດຕັ້ງຖິ່ນຖານຄົງທີ່ໃໝ່ໃຫ້ແກ່ຊາວຢິວ ຢູ່ເຂດຕາເວັນອອກ Jerusalem ແລະ ປາດຖະໜາວ່າສະພາຄວາມໝັ້ນຄົງ ສປຊ ຈະບັງຄັບ ອິດສະຣາແອນ ຢຸດຕິການເປີດກ້ວາງບັນດາເຂດຕັ້ງຖິ່ນຖານຄົງທີ່. ກ່າວຄຳເຫັນພາຍຫຼັງສະພານະຄອນ Jerusalem ຍົກອອກຄຳຕັດສິນກໍ່ສ້າງເຮືອນໃໝ່ 770 ຫລັງຢູ່ເຂດ Gilo ໃນ “ຊາຍແດນຂຽວ”, ທ່ານ Saed Erekat, ເລຂາທິການໃຫຍ່ອົງການປົດປ່ອຍ ປາແລດສະຕີນ (PLO) ເວົ້າວ່າ: “ນີ້ແມ່ນໂອກາດເພື່ອໃຫ້ປະຊາຄົມສາກົນສະແດງຄຳໝັ້ນສັນຍາດ້ວຍມາດຕະການ 2 ລັດ ແລະ ດຳເນີນທຸກໆການກະທຳທີ່ຈຳເປັນເພື່ອແນໃສ່ບັງຄັບ ອິດສະຣາແອນ ຢຸດຕິການສ້າງບັນດາເຂດຕັ້ງຖິ່ນຖານຄົງທີ່ຢູ່ບັນດາເຂດແຄ້ວນທີ່ຢຶດຄອງຂອງ ປາແລດສະຕີນ. ພວກຂ້າພະເຈົ້າໄດ້ຮຽກຮ້ອງໃຫ້ ອີຢິບ ແລະ ບັນດາການນຳປະເທດ ອາຣັບ ໂຮມປະຊຸມດ່ວນຂອງກຸ່ມ 4 ຝ່າຍ ອາຣັບ ເພື່ອແນໃສ່ຍື່ນສະເໜີຮ່າງມະຕິດັ່ງກ່າວຂຶ້ນສະພາຄວາມໝັ້ນຄົງ ສປຊ ເພື່ອບັງຄັບໃຫ້ ອິດສະຣາແອນ ຢຸດຕິການເປີດກ້ວາງບັນດາເຂດຕັ້ງຖິ່ນຖານຄົງທີ່”. ອິດສະຣາແອນຖືວ່າ Jerusalem ຈະແມ່ນນະຄອນຫຼວງລວມໃນບໍ່ວ່າຂໍ້ຕົກລົງກົດລະບຽບສຸດທ້າຍໃດໆກັບ ປາແລດສະຕີນ ກ່ຽວກັບມາດຕະການ 2 ລັດ, ດັ່ງນັ້ນ, ອິດສະຣາແອນ ມີສິດກໍ່ສ້າງບັນດາເຂດເຮືອນຢູ່ໃຫ້ຊາວຢິວ ໃນທຸກໆເຂດຢູ່ Jerusalem.