ປ່ຽນໃໝ່ການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດສ້າງສາປະເທດຊາດ
(ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ)
(vovworld) - ຕອນເຊົ້າວັນທີ 25/02, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ, ປະທານສະພາແຫ່ງຊາດກ່ຽວກັບການສຶກສາ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ, ເປັນປະທານກອງປະຊຸມຄັ້ງທີ 2 ຂອງສະພາ ເພື່ອຮັບຟັງ ແລະ ປຶກສາຫາລື 3 ແຜນຮ່າງສຳຄັນໃນຂົງເຂດສຶກສາ ນັ້ນແມ່ນ: ໂຄງການເຄື່ອນໄຫວຂອງລັດຖະບານ ຜັນຂະຫຍາຍການປະຕິບັດມະຕິເລກທີ 29 ຂອງຄະນະບໍລິຫານງານສູນກາງພັກຄັ້ງທີ 11 ກ່ຽວກັບການປ່ຽນໃໝ່ການສຶກສາ ແລະ ບຳລຸງສ້າງຢ່າງຮອບດ້ານໂດຍພື້ນຖານ; ແຜນຮ່າງສ້າງໂຄງການ ແລະ ປື້ມສາມັນສຶກສາພາຍຫຼັງປີ 2015 ແລະ ແຜນຮ່າງສ້າງຕັ້ງຄະນະກຳມະການແຫ່ງຊາດກ່ຽວກັບປ່ຽນໃໝ່ການສຶກສາ ແລະ ບຳລຸງສ້າງ. ຕາມແຜນຮ່າງກໍ່ສ້າງ ແລະ ຜັນຂະຫຍາຍລາຍການ, ປື້ມສາມັນສຶກສາພາຍຫຼັງປີ 2015 ທີ່ຍື່ນສະເໜີຕໍ່ວາລະປະຊຸມແລ້ວ, ໜ້າທີ່ວາງອອກແມ່ນດຳເນີນການສະຫຼຸບ ແລະ ຕີລາຄາການສ້າງລາຍການ, ປື້ມສາມັນສຶກສາປະຈຸບັນ; ມີການທາບທາມ, ຮໍ່າຮຽນຕາມທ່າອ່ຽງ ແລະ ບົດຮຽນຈາກສາກົນ, ບົນພື້ນຖານນັ້ນສ້າງໂຄງການສຶກສາສາມັນໃໝ່.
ສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ສະເໜີໃຫ້ຄະນະຮຽບຮຽງສືບຕໍ່ຮັບເອົາຄຳເຫັນຈາກບັນດາສະມາຊິກສະພາ ເພື່ອປັບປຸງ ແລະ ສຳເລັດໂຄງການເຄື່ອນໄຫວຂອງລັດຖະບານ ຜັນຂະຫຍາຍມະຕິເລກທີ 29 ຂອງຄະນະບໍລິຫານງານສູນກາງພັກຊຸດທີ 11 ເພື່ອຍື່ນສະເໜີຕໍ່ນາຍົກລັດຖະມົນຕີ, ພິຈາລະນາອະນຸມັດຜ່ານໃນເດືອນ 3 ຈະມາເຖິງ. ທ່ານນາຍົກລັດຖະມົນຕີຮຽກຮ້ອງວ່າ: ໂຄງການເຄື່ອນໄຫວຕ້ອງຕິດແທດ ແລະ ຫັນເປັນລະອຽດມະຕິຂອງສູນກາງ ດ້ວຍ 9 ໜ້າທີ່, ມາດຕະການຈຸດສູມທີ່ໄດ້ວາງອອກ, ພ້ອມກັນນັ້ນຕ້ອງກວດກາຄືນບັນຊີຂອງແຜນຮ່າງຢ່າງລະອຽດເພື່ອຜັນຂະຫຍາຍຢ່າງມີຈຸດສຸມ; ໃນວິວັດການຜັນຂະຫຍາຍຕ້ອງເອົາໃຈໃສ່ເປັນພິເສດເຖິງລັກສະນະເປັນໄປໄດ້. ສຳລັບແຜນຮ່າງສ້າງໂຄງການ ແລະ ປື້ມສາມັນສຶກສາພາຍຫຼັງປີ 2015, ທ່ານນາຍົກລັດຖະມົນຕີສະເໜີວ່າ: ບັນດາສະມາຊິກຂອງສະພາ ແລະ ກະຊວງ, ຂະແໜງການກ່ຽວຂ້ອງ ຕ້ອງເຂົ້າຮ່ວມວິວັດການຕິດຕາມກວດກາ, ໄຈ້ແຍກດຕີລາຄາຂອງສະພາແຫ່ງຊາດ, ຜ່ານນັ້ນ, ດັດປັບ, ແຜນຮ່າງໂດຍໄວ ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດຮັບຮອງເອົາ.
ກໍ່ທີ່ວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ຄຳເຫັນໃສ່ໃບສະເໜີກ່ຽວກັບການສ້າງຕັ້ງຄະນະກຳມະການແຫ່ງຊາດ ກ່ຽວກັບການປ່ຽນໃໝ່ການສຶກສາ ແລະ ບຳລຸງສ້າງ.