ປ່ຽນໃໝ່ການສອບເສັງຕ້ອງຮັບປະກັນການຕີລາຄາຄວາມສາມາດຂອງນັກຮຽນຢ່າງຮອບດ້ານ

ປ່ຽນໃໝ່ການສອບເສັງຕ້ອງຮັບປະກັນການຕີລາຄາຄວາມສາມາດຂອງນັກຮຽນຢ່າງຮອບດ້ານ - ảnh 1
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ  ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ
(ພາບ: Phạm Thịnh)


(vovworld) – ວັນ​ທີ 13/2, ຢູ່ ຮ່າ​ໂນ້ຍ, ກະຊວງ​ສຶກສາ ​ແລະ​ ບຳລຸງ​ສ້າງ ​ຫວຽດນາມ ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຊາບ​ຊຶມ ​ແລະ ຜັນ​ຂະຫຍາຍ​ມະຕິ​ກ່ຽວ​ກັບ​ການ​ປ່ຽນ​ໃໝ່​ພື້ນຖານ, ຮອບດ້ານ​ການ​ສຶກສາ ​ແລະ ບຳລຸງ​ສ້າງ, ວຽກ​ງານ​ສອບ​ເສັງ ​ແລະ ​ເສັງ​ຄັດ​ເລືອກ​ນັກຮຽນປີ 2014. ບັນດາ​ການ​ປັບປຸງ​ວິທີ​ສອບ​ເສັງ​ຂອງ​ປີ 2014 ​ແລະ ຊຸມ​ປີ​ຕໍ່​ໄປ ​ແມ່ນ​ບັນຫາ​ຮ້ອນ​ເຮັ່ງ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈປຶກສາ​ຫາລື​ຈາກບັນດາ​ຜູ້​ແທນ.

    ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຮັບຮູ້ເລື່ອງກະຊວງສຶກສາ ແລະ ບຳລຸງສ້າງກຳນົດປ່ຽນໃໝ່ຂອດສອບເສັງ ແມ່ນຖືກຕ້ອງ. ແຕ່ເຖິງຢ່າງໃດກໍ່ຕາມ, ເລື່ອງປ່ຽນໃໝ່ໃນຂອດສອບເສັງຕ້ອງມີ ວິວັດທະນາການເໝາະສົມ, ຮັບປະກັນລັກສະນະຍຸຕິທຳໃນສັງຄົມ.

    “ພວກເຮົາຕ້ອງຄິດໄລ່ຊັ່ງຊາເພື່ອໃຫ້ປ່ຽນໃໝ່ການສອບເສັງຄືບາດກ້າວບຸກທະລຸ ເພື່ອປ່ຽນໃໝ່ພື້ນຖານ, ຮອບດ້ານຈາກຫຼັກສູດ, ປື້ມຕຳລາຮຽນ ຕະຫຼອດຮອດວິທີສິດສອນ. ແຕ່ຕ້ອງຄິດໄລ່ຄືແນວໃດເພື່ອໃຫ້ເປັນປົກກະຕິພໍສົມຄວນ”

   



ຂ່າວ/ບົດ​ອື່ນ