ປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງ-ທ່າແຮງແກ່ງແຍ້ງໃນໄລຍະໃໝ່
ເວທີປາໄສສາກົນກ່ຽວກັບການດຳເນີນທຸລະກິດ
ຢ່າງມີຫົວຄິດປະດິດສ້າງຄັ້ງທີ 2
(ພາບ: qdnd.vn)
(vovworld) – ເວທີປາໄສສາກົນກ່ຽວກັບການດຳເນີນທຸລະກິດຢ່າງມີຫົວຄິດປະດິດສ້າງຄັ້ງທີ 2, ດ້ວຍຫົວຂໍ້ວ່າ “ປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງ-ທ່າແຮງແກ່ງແຍ້ງໃນໄລຍະໃໝ່” ຖືກດຳເນີນໃນຕອນບ່າຍວັນທີ 19/05, ຢູ່ນະຄອນໂຮ່ຈິມິນ. ທີ່ເວທີປາໄສ, ບັນດາຜູ້ແທນລ້ວນແຕ່ຢືນຢັນວ່າ: ໃນເງື່ອນໄຂພັດທະນາເສດຖະກິດທົ່ວໂລກຄືປະຈຸບັນ, ພຽງມີການປ່ຽນໃໝ່, ມີຫົວຄິດປະດິດສ້າງນັ້ນ ວິສາຫະກິດຈຶ່ງສາມາດຄົງຕົວ ແລະ ພັດທະນາໄດ້. ຢູ່ຫວຽດນາມ, ມີບາງວິສາຫະກິດໄດ້ປະຕິບັດຢ່າງສຳເລັດ ດ້ວຍວິທີປ່ຽນໃໝ່, ມີຫົວຄິດປະສິດສ້າງໃນຫຼາຍປີມານີ້ ແລະຍັງສືບຕໍ່ຊຸກຍູ້ວິວັດການນີ້ຄື: ບໍລິສັດດ້ຽນກວາງ, ຈູງງວຽນ, Vinagame, Viettel… ກໍ່ທີ່ເວທີປາໄສ, ຜູ້ຕາງໜ້າຂອງອິດສຣາແອນ ແລະ ຊູແອດ ໄດ້ແບ່ງປັນບົດຮຽນຫຼາຍຢ່າງໃນການເຄື່ອນໄຫວປ່ຽນໃໝ່, ມີຫົວຄິດປະດິດສ້າງຢູ່ 2 ປະເທດນີ້ນັບສີບໆປີຜ່ານມາ.