ປ່ຽນໃໝ່ແລະພັດທະນາການພົວພັນຕ່າງປະເທດປະຊາຊົນໃນໄລຍະເຊື່ອມໂຍງເຂົ້າກັບສາກົນ

ປ່ຽນໃໝ່ແລະພັດທະນາການພົວພັນຕ່າງປະເທດປະຊາຊົນໃນໄລຍະເຊື່ອມໂຍງເຂົ້າກັບສາກົນ - ảnh 1
ທ່ານ ຫວູຊວນ​ຮົ່ງ ປະທານ​ສະຫະ​ຜັນ​ບັນ
ດາ​ອົງການ​ມິດຕະພາບ ຫວຽດນາມ
(ພາບ: TTXVN)

(vovworld) – ​ ຕອນ​ບ່າຍ​ວັນ​ທີ 15/10, ຢູ່​ຮ່າ​ໂນ້ຍ, ສະຫະ​ພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ ດ້ວຍ​ຫົວ​ຂໍ້ “ປ່ຽນ​ໃໝ່ ​ແລະ ພັດທະນາ​ການ​ພົວພັນ​ຕ່າງປະ​ເທດ​ປະຊາຊົນ​ໃນ​​ໄລຍະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ”. ທ່ານ ຫວູຊວນ​ຮົ່ງ ປະທານ​ສະຫະ​ຜັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ  ​ແລະ ທ່ານ ຫງວຽນ​ເຕີມ​ຈ໋ຽນ ປະທານ​ສະມາຄົມມິດຕະພາບ ຫວຽດນາມ - ອາ​ເມ​ລິ​ກາ ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ. ມີບົດ​ທາ​ບທາມ​ຄຳ​ເຫັນ​ເກືອບ 20 ບົດ ​ທີ່ສະ​ເໜີ​ຢູ່​ກອງ​ປະຊຸມ​ສຳ​ມະ​ນາ ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ “​ແນວ​ຄິດ​ໂຮ່ຈີມິນ ​ແລະ ພຶດຕິ​ກຳ​ຕົວ​ຈິງ​​ໃນ​ການເຄື່ອນ​ໄຫວ​ພົວພັນຕ່າງປະ​ເທດ​ປະຊາຊົນ​ໃນ 65 ປິ​ຜ່ານ​ມາ” ​ແລະ “ການປ່ຽນ​ໃໝ່ ​ແລະ ພັດທະນາ​ການ​ພົວພັນ​ຕ່າງປະ​ເທດ​ປະຊາຊົນ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ”. ບັນດາ​ຜູ້​ລາຍ​ງານ​ໄດ້​ສະ​ເໜີ​ບົດ​ທາ​ບທາມ​ຄຳ​ເຫັນ​ຕ່າງ​ໆ​ເຊັ່ນ: “ປ່ຽນ​ໃໝ່ ​ແລະ ພັດທະນາ​ວຽກ​ງານ​ພົວພັນ​ຕ່າງປະ​ເທດ​ປະຊາຊົນ​ໃນ​ສະພາວະ​ປະຈຸ​ບັນ”, “ການທູດປະຊາຊົນ​ໃນ​ພາລະກິດ​ປົກ​ປັກ​ຮັກສາ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຢູ່​ທະ​ເລ​ຕາ​ເວັນ​ອອກ”. “ການ​ພົວພັນ​ຕ່າງປະ​ເທດ​ປະຊາຊົນ​ໃນ​ສະພາວະ​ສາກົນ​ມີ​ການ​ປ່ຽນ​ແປງ​ຫລາຍ​ຢ່າງ”, “ພາລະບົດບາດ​ຂອງ​ວັດທະນະທຳ​ໃນ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ປະຊາຊົນ”…;

ຂ່າວ/ບົດ​ອື່ນ