ປ່ຽນໃໝ່ໂດຍພື້ນຖານ ແລະ ຮອບດ້ານ ການສຶກສາຫວຽດນາມ ໃນສະພາບການ ເຕັກໂນໂລຊີຂໍມູນຂ່າວສານ

ປ່ຽນໃໝ່ໂດຍພື້ນຖານ ແລະ ຮອບດ້ານ ການສຶກສາຫວຽດນາມ ໃນສະພາບການ ເຕັກໂນໂລຊີຂໍມູນຂ່າວສານ - ảnh 1
( ພາບປະກອບ )

(vovworld) -     ຕອນ​ເຊົ້າ​ວັນ​ທີ 11/8, ຢູ່​ທີ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ “ປ່ຽນ​ໃໝ່​​ໂດຍພື້ນຖານ ​ແລະ ຮອບດ້ານການສຶກສາ​ຫວຽດນາມ​ ໃນ​ສະພາບ​ການ​ເຕັກ​ໂນ​ໂລ​ຊີ​ຂໍ​ມູນນ​ຂ່າວສານ​”. ຜ່ານ 25 ປີ​ແຫ່ງ​ການ​ປ່ຽນ​ໃໝ່, ພື້ນຖານ​ການ​ສຶກສາ​ຫວຽດນາມ ​ຍາດ​ໄດ້​ບັນດາ​ຜົນງານ​ທີ່ສຳຄັນ, ຫັນ​ຈາກ​ພື້ນຖານ​ສຶກສາ​ດ້ວຍ​ຈຳນວນ​ຄົນ​ໄປ​ຮຽນ​ໜ້ອຍ ​ໄປ​ຍັງ​ພື້ນຖານ​ການ​ສຶກສາມົງຊົນ. ​ແຕ່​ວ່າ, ການ​ສຶກສາ​ຂອງ​ຫວຽດນາມ ຍັງ​ມີ​ຄວາມ​ຈຳກັດ​ຫຼາຍ​ຢ່າງ​ກ່ຽວ​ກັບ​ຄຸນ​ນະພາ​ບດ້ານການ​ສຶກສາ​ບໍ່​ທັນ​ບັນລຸ​ໄດ້​ຄວາມ​ຮຽກຮ້ອງຕ້ອງການ​ໃນ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ. ​ເພາະສະ​ນັ້ນ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ ​ໄດ້​ວາງ​ແຜ​ນການ​ປ່ຽນ​ໃໝ່​ໂດຍ​ພື້ນຖານ ​ແລະ ຮອບດ້ານການສຶກສາ​ຫວຽດນາມ.

        ປຶກສາ​ຫາລື​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ລ້ວນ​ແຕ່​ໄດ້​ຖື​ວ່າ, ການ​ປ່ຽນ​ໃໝ່​​ໂດຍພື້ນຖານ ​ແລະ ຮອບດ້ານ​ການສຶກສາ​ຫວຽດນາມ ຈຳ​ເປັນ​ຕ້ອງ​ປ່ຽນ​ໃໝ່​ສະຕິ​ຄວາມ​ຮັບ​ຮູ້​ດ້ານ​ສຶກສາ​ບຳລຸງ​ສ້າງ ​ແລະ ຍົກ​ສູງ​ຄວາມ​ສາມາດ​ຂອງ​ຄູ​ອາຈານ, ພັກ​ນັກ​ງານ​ຄຸ້ມ​ຄອງ​ການ​ສຶກສາ​ຕາມ​ນັ້ນ​ແລ້ວ​ຕ້ອງ​ປ່ຽນ​ໃໝ່​ຕາມ​ທິດ​ສ້າງພື້ນຖານ​ການສຶກສາ​ເປີດກວ້າງ ​ແລະ ພັດທະນາ​ການ​ສຶກສາ​ເອ​ເລັກ​ໂຕ​ນິກ. ສິ່ງ​ທີ່​ເປັນ​ພື້ນຖານ​ຂອງ​ການ​ປ່ຽນ​ໃໝ່​ການ​ສຶກສາ ບຳລຸງ​ສ້າງ​ນັ້ນ​ແມ່ນ ຫັນ​ຈາກ​ການ​ສອນ, ບຳລຸງ​ສ້າງ​ຄື​ປະຈຸ​ບັນຄື; ຖ່າຍ​ທອດ​ສົ້ນ​ດຽວໄປ​ຍັງ​ການ​ສອນ ​ແລະ ຊ່ວຍ​ໃຫ້​ນັກ​ຮຽນ, ນັກສຶກສາມີ​ຄວາມເປັນ​ເຈົ້າ​ການ, ຕັ້ງໜ້າ, ມີ​ຫົວຄິດ​ປະດິດ​ສ້າງ… ຕາມ​ບັນດາ​ຜູ້​ແທນ​​ແລ້ວ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ແມ່ນ​ວິທີ​ບຸກທະລຸ ປະກອບສ່ວນ​ປ່ຽນ​ໃໝ່​ໂດຍພື້ນຖານ ​ແລະ ຮອບດ້ານ​ການ​ສຶກສາ​ບຳລຸງ​ສ້າງ.

ຂ່າວ/ບົດ​ອື່ນ