ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ຢ້ຽມຢາມ ຫວຽດນາມ
ທ່ານ Andrew Shapiro, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ
(ພາບ: AFP)
(vovworld) – ທ່ານ Andrew Shapiro, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ກ່ຽວກັບບັນດາບັນຫາການເມືອງ ແລະ ການທະຫານ ຈະມີການຢ້ຽມຢາມເປັນເວລາ 5 ວັນໄປຍັງ 3 ປະເທດ ອາຊີຕາເວັນອອກສ່ຽງໃຕ້ ເຊິ່ງລວມມີ: ຫວຽດນາມ, Brunei ແລະ ໄທ. ສະຖານທີ່ທຳອິດໃນການເດີນທາງຂອງທ່ານ Andrew Shapiro ຈະແມ່ນະຄອນຫຼວງ ຮ່າໂນ້ຍ. ຢູ່ທີ່ນີ້, ທ່ານຈະເຂົ້າຮ່ວມກອງປະຊຸມຄັ້ງທີ 5 ກ່ຽວກັບການສົນທະນາດ້ານການເມືອງ, ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ຫວຽດນາມ - ອາເມລິກາ. ການສົນທະນາຄັ້ງນີ້ຈະສຸມໃສ່ການເພີ່ມທະວີການຮ່ວມມື 2 ຝ່າຍໃນບັນດາຂົງເຂດບຳລຸງສ້າງ, ຊ່ວຍເຫຼືອມະນຸດສະທຳ, ຮັບມືກັບໄພພິບັດ, ປ້ອງກັນຄວາມສະຫງົບຢູ່ພາກພື້ນ, ຕ້ານການຊ່ວງເສັງປະກອບອາວຸດ, ສິດທິມະນຸດ ແລະ ຊອກຫາອັດຖິທະຫານຫາຍສາບສູນປາງສົງຄາມຢູ່ຫວຽດນາມ. ຢູ່ Brunei, ທ່ານ Andrew Shapiro ຈະມີການປຶກສາຫາລືກັບບັນດາເຈົ້າໜ້າທີ່ການທະຫານ ແລະ ພົນລະເຮືອນປະເທດນີ້ກ່ຽວກັບບັນຫາການເມືອງ, ການທະຫານ, ການພົວພັນ 2 ຝ່າຍລະຫວ່າງ 2 ປະເທດ ແລະ ການຄ້າຂາຍໃນຂົງເຂດປ້ອງກັນປະເທດ. ປະເທດສຸດທ້າຍ, ໃນການເດີນທາງຂອງທ່ານແມ່ນນະຄອນຫຼວງ ບາງກອກ ຂອງໄທ, ທ່ານ Andrew Shapiro ຈະປຶກສາຫາລືກ່ຽວກັບການແລກປ່ຽນ ແລະ ການຊ້ອມຮົບຮ່ວມລະຫວ່າງ 2 ປະເທດ, ຕ້ານກໍການຮ້າຍ ແລະ ຮ່ວມມືປ້ອງກັນຄວາມສະຫງົບ.