ຜູ້​ຊ່ຽວ​ຊານ​ຍີ່​ປຸ່ນ​ຕີ​ລາ​ຄາ​ສູງ​ຜົນ​ສຳ​ເລັ​ດ​ຄວ​ບ​ຄູ່​ຂອງ​ຫວຽດ​ນາມ

(VOVWORLD) -ສຳລັບຊາວຍີ່ປຸ່ນ ແລ້ວ, ຜົນສຳເລັດຂອງຫວຽດນາມ ແມ່ນເລື່ອງມະຫັດສະຈັນ. ຫວຽດນາມ ໄດ້ສ້າງຄວາມປະທັບໃຈໃນວົງຄະນະຍາດສາກົນວ່າ ແມ່ນປະເທດປອດໄພ, ມີຄວາມບົ່ມຊ້ອນດ້ານເສດຖະກິດທີ່ໃຫ່ຍຫຼວງ ດ້ວຍທ່າໄດ້ປຽບມີປະຊາກອນຫຼາຍ.
ຜູ້​ຊ່ຽວ​ຊານ​ຍີ່​ປຸ່ນ​ຕີ​ລາ​ຄາ​ສູງ​ຜົນ​ສຳ​ເລັ​ດ​ຄວ​ບ​ຄູ່​ຂອງ​ຫວຽດ​ນາມ - ảnh 1ທ່ານ Hiroyuki Moribe (ພາບ:TTXVN)

ສຳລັບຊາວຍີ່ປຸ່ນ ແລ້ວ, ຜົນສຳເລັດຂອງຫວຽດນາມ ແມ່ນເລື່ອງມະຫັດສະຈັນ. ຫວຽດນາມ ໄດ້ສ້າງຄວາມປະທັບໃຈໃນວົງຄະນະຍາດສາກົນວ່າ ແມ່ນປະເທດປອດໄພ, ມີຄວາມບົ່ມຊ້ອນດ້ານເສດຖະກິດທີ່ໃຫ່ຍຫຼວງ ດ້ວຍທ່າໄດ້ປຽບມີປະຊາກອນຫຼາຍ.ນີ້ແມ່ນຂໍ້ໃຫ້ສັງເກດຂອງທ່ານ Hiroyuki Moribe, ຜູ້ອຳນວຍການບໍລິຫານ ສະຖາບັນຄົ້ນຄວ້າເສດຖະກິດຫວຽດນາມ (VERI)  ຂອງຍີ່ຢູ່ນ ເມື່ອຕອບສຳພາດຕໍ່ນັກຂ່າວຂ່າວສານຫວຽດນາມ ປະຈຳ ໂຕກຽວ ກ່ຽວກັບເລື່ອງຫວຽດນາມ ຍັງຄົງຮັກສາໄດ້ທ່າເຕີບໂຕຕັ້ງໜ້າ ໂດຍບໍ່ຫົວຊາຕໍ່ໂລກລະບາດໂຄວິດ 19. ທ່ານ Hiroyuki Moribe ໄດ້ເນັ້ນໜັກວ່າ: ເລື່ອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັວນຝຸກ ຍົກອອກມາດຕະການທີ່ຂ້ຽວຂາດຢ່າງໄວວາ ເມື່ອຮັບມືກັບໂລກລະບາດໂຄວິດ 19, ລະອຽດ ຄື: ປິດປະຕູເຂດຊາຍແດນ ແລະ ປະຊາຊົນ ໄດ້ປະຕິບັດບັນດາມາດຕະການປ້ອງກັນ ແລະ ຕ້ານ ໂລກລະບາດໂຄວິດ 19 ຢ່າງເຂັ້ມງວດນັ້ນ ໄດ້ປະກອບສ່ວນຊ່ວຍຫວຽດນາມ ປະສົບຜົນສຳເລັດໃນການຮັບມືກັບ ໂລກລະບາດໂຄວິດ 19 ແລະ ຮັກສາໄດ້ການເຄື່ອນໄຫວເສດຖະກິດທີ່ສະດວກ. ຫວຽດນາມ ແມ່ນໜຶ່ງໃນຈຳນວນໜ້ອຍປະເທດຮັກສາໄດ້ການເຕີບໂຕເປັນບວກໃນປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ