ຜູ້ຊ່ຽວຊານມາເລເຊຍກ່າວເຕືອນອາຊຽນຄວນສົມທົບກັນໃນວຽກງານຕໍ່ສູ້ຕ້ານກໍ່ການຮ້າຍ

 ຜູ້ຊ່ຽວຊານມາເລເຊຍກ່າວເຕືອນອາຊຽນຄວນສົມທົບກັນໃນວຽກງານຕໍ່ສູ້ຕ້ານກໍ່ການຮ້າຍ - ảnh 1
ກຳ​ລັງ​ຕຳ​ຫລວດ​ມາ​ເລ​ເຊຍ
ພາບ:Wordpress.

(vovworld)- ​ ​​​ວົງ​ການ​ຜູ້​ຊ່ຽວ​ຊານຕ້ານ​ການກໍ່​ການ​ຮ້າຍ ມາ​ເລ​ເຊຍ ຫາກໍ່​ຍົກ​ຄຳ​ກ່າວ​ເຕືອນ ວ່າ: ອາ​ຊຽນ ຄວນ​ສາ​ມັກ​ຄີ, ເປັນ​ເອ​ກະ​ພາບ​ໃນ​ການ​ຕໍ່​ສູ້​ຕ້ານ​ບັນ​ດາ​ກຸ່ມກໍ່​ການ​ຮ້າຍ. ຕາມນັ້ນ​ແລ້ວ, ຮອງ​ສາດ​ສະ​ດາ​ຈານ, ປອ Arna Gopinath, ຜູ້​ຊ່ຽວ​ຊານ​ກ່ຽວ​ກັບ​ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້ ຢູ່​ສູນ​ຄົ້ນ​ຄ້​ວາ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ​ສາ​ກົນ ຂຶ້ນ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ Pertahanan ປະ​ເທດ ມາ​ເລ​ເຊຍ ຖື​ວ່າ: ອາ​ຊຽນ ຄວນ​ສາ​ມັກ​ຄີ​ຕ້ານ​ກຸ່ມ Abu Sayyaf ຢູ່ ຟີ​ລີບ​ປີນ ແລະ ກຸ່ມ IS ຍ້ອນ​ກຸ່ມກໍ່​ການ​ຮ້າຍນີ້​ແມ່ນ​ໄພ​ນາບ​ຂູ່​ສຳ​ລັບ​ພາກ​ພື້ນ. ປອ Aruna ຖ​ື​ວ່າ ອາຊຽນ ຄວນ​ຄິດ​ໄລ່​ຊັ່ງ​ຊາ​ການ​ສ້າງ​ກຳ​ລັງ​ການ​ທະ​ຫານ​ຕ້ານ Abu Sayyaf, ໃນ​ສະ​ພາບ​ກຸ່ມ​ກະ​ບົດ​ນີ້ ບໍ່​ພຽງ​ແຕ່​ຢູ່ ຟິ​ລີບ​ປີນ ເທົ່າ​ນັ້ນ ຫາກ​ຍັງ​ບຸກ​ໂຈມ​ຕີ ມາ​ເລ​ເຊຍ ແລະ ເຄື່ອນ​ໄຫວ​ຢູ່​ທົ່ວ​ພາກ​ພື້ນ ຈາກ​ໄທ​ຮອດ ສິງ​ກະ​ໂປ ແລະ ບໍ່​ອາດ​ຮູ້​ການ​ເຄື່ອນ​ໄຫວ​ລ່ວງ​ຫນ້າຂອງ​ກຸ່ມນີ້​​ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ