ຜູ້ຕິດເຊື້ອ Covid-19 ຄົນທຳອິດຢູ່ ຫວຽດນາມ ໄດ້ອອກໂຮງໝໍ

(VOVWORLD) -  ພາຍຫລັງຖືກແຍກຕົວອອກມາປິ່ນປົວຢູ່ຕ່າງຫາກຢູ່ໂຮງໝໍ ເຈີ້ເຣີຍ, ນະຄອນ ໂຮ່ຈີມິນ, ຕອນບ່າຍວັນທີ 12 ກຸມພາ, ລຸງ ຫຼີຢິງ, ອາຍຸ 66 ປີ, ແມ່ນຊາວ ຈີນ ໜຶ່ງໃນສອງຄົນຕິດເຊື້ອ Covid-19 ທຳອິດຢູ່ ຫວຽດນາມ ໄດ້ອອກໂຮງໝໍ.
ຜູ້ຕິດເຊື້ອ Covid-19 ຄົນທຳອິດຢູ່ ຫວຽດນາມ ໄດ້ອອກໂຮງໝໍ - ảnh 1 ຜູ້ຕິດເຊື້ອ Covid-19 ຄົນທຳອິດຢູ່ ຫວຽດນາມ ໄດ້ອອກໂຮງໝໍ

        ລຸງ ຫຼີຢິງ ພ້ອມກັບລູກຊາຍ ຫຼີຢາຍຈາວ (ອາຍຸ 28 ປີ) ເຂົ້າໂຮງໝໍ ເຈີ້ເຣີຍ ໃນວັນທີ 22 ມັງກອນ ທັງ 2 ຄົນລ້ວນແຕ່ຕິດເຊື້ອ Covid-19. ທີ່ການພິຈາລະນາຕົກລົງໃຫ້ອອກໂຮງໝໍ, ທ່ານ ຫຼີຢິງ ໄດ້ຂອບໃຈກະຊວງສາທາລະນະສຸກ, ໂຮງໝໍ ເຈີ້ເຣີຍ, ບັນດາແພດໝໍໄດ້ເບິ່ງແຍງດູແລ, ປິ່ນປົ່ວໃຫ້ລາວ. ລຸງ ຫຼີຢິງ ເນັ້ນໜັກວ່າ ນີ້ແມ່ນຄວາມຜູກພັນຮັກໄຄ່ຢ່າງເລິກເຊິ່ງ, ແມ່ນອະນຸສອນທີ່ໜ້າຈົດຈຳ ທີ່ບໍ່ອາດຫຼົງລືມໄດ້ ເມື່ອເຕື້ອງເຖິງປະເທດ ແລະ ປະຊາຊົນ ຫວຽດນາມ.

        ແລະກໍ່ໃນເຫດການທີ່ກ່ຽວຂ້ອງ, ຕາມແຜນການແລ້ວ, ນະຄອນ ດ່າໜັງ ຈະຮັບເອົາພົນລະເມືອງ ຫວຽດນາມ ປະມານ 250 ຄົນທີ່ກັບຄືນມາຈາກ ຈີນ ແລະ ບັນດາປະເທດອື່ນທີ່ເກີດເຊື້ອພະຍາດອັກເສບປອດໂດຍໄວຣັດ Covid-19.

        ຕາມນັ້ນແລ້ວ, ພາຍຫລັງຕ້ອນຮັບຢູ່ສະໜາມບິນສາກົນ ດ່າໜັງ ແລ້ວ, 250 ຄົນຈະໄດ້ສົ່ງຢູ່ສູນສາທາລະນະສຸກເມືອງ ຮ່ວາວາງ ເພື່ອຕິດຕາມເບິ່ງອາການ.

ຕອບກັບ

ຂ່າວ/ບົດ​ອື່ນ