ທ່ານ ຟ້າມກວາງວີງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳ
ອາເມລິກາກ່າວຄຳເຫັນທີ່ການພົບປະ
ພາບ:TTXVN
|
(vovworld)- ວັນທີ 10/2, ເນ່ື່ອງໃນໂອກາດປີໃຫມ່ປະຈຳຊາດ ສະຖານທູດຫວຽດນາມ ຢູ່ ອາເມລິກາ ໄດ້ຈັດຕັ້ງການພົບປະກັບຜູ້ທີ່ປືກສາ, ຜູ້ຊ່ວຍວຽກຂອງບັນດາຫ້ອງການ, ກຳມາທິການຫລັກແຫລ່ງໃນສະພາຕ່ຳ ແລະ ສະພາສູງ ອາເມລິກາ ຊຸດໃຫມ່ ກ່ຽວຂ້ອງເຖິງວິວັດການວາງແຜນກຳນົດນະໂຍບາຍການຕ່າງປະເທດຂອງອາເມລິກາ, ການພົວພັນກັບ ອາຊີ ແລະ ຫວຽດນາມ. ທີ່ການພົບປະ, ທ່ານ ຟ້າມກວາງວີງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາເມລິກາ ໄດ້ສະແດງຄວາມຂອບອົກຂອບໃຈ ແລະ ຕີລາຄາບົດບາດຂອງບັນດາຜູ້ຊ່ວຍວຽກ, ແມ່ນຂົວຕໍ່ ແລະ ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ໃນທຸກຂົງເຂດໃນໄລຍະຜ່ານມາ. ທ່ານເອກອັກຄະລັດຖະທູດ ຟ້າມກວາງວີງ ຢືນຢັນ: ຫວຽດນາມ ຖືການຊຸກຍູ້ການພົວພັນກັບອຳນາດການປົກຄອງ ແລະ ສະພາແຫ່ງຊາດໃຫມ່ຂອງ ອາເມລິກາ ເປັນສຳຄັນ, ຈະສືບຕໍ່ຮ່ວມມື, ສູ້ຊົນພັດທະນາການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ຕາມທິດແທດຈິງ, ມີປະສິດທິຜົນ, ສະຖຽນລະພາບ, ຍາວນານ, ຊຸກຍູ້ການແລກປ່ຽນບັນດາການຢ້ຽມຢາມຂັ້ນສູງລະຫວ່າງສອງປະເທດ. ຫວຽດນາມ ປາດຖະຫນາຢາກອຳນາດການປົກຄອງ, ສະພາແຫ່ງຊາດ ແລະ ບັນດາວິສາຫະກິດ ອາເມລິກາ ຕັ້ງຫນ້າເຂົ້າຮ່ວມ, ປະກອບສ່ວນ ໃຫ້ແກ່ ຜົນສຳເລັດ ຂອງບັນດາກອງປະຊຸມ APEC ໃນປີ 2017. ການນຳຫວຽດນາມ ໄດ້ເຊື້ອເຊີນ ແລະ ລໍຖ້າປະທານາທິບໍດີ ອາເມລິກາ Donald Trump ຈະເຂົ້າຮ່ວມກອງປະຊຸມສຸດຍອດ APEC ໃນເດືອນ 11/2017 ແລະ ຢ້ຽມຢາມຫວຽດນາມ ໃນໂອກາດນັ້ນ.
ທີ່ການພົບປະ, ບັນດາຜູ້ທີ່ປຶກສາ, ຜູ້ຊ່ວຍວຽກ ຕີລາຄາສູງກິດຈະການປ່ຽນແປງໃຫມ່ ແລະ ບົດບາດຂອງຫວຽດນາມ ໃນພາກພື້ນ ແລະ ຢືນຢັນ:ຈະສືບຕໍ່ຮ່ວມມືກັບສະຖານທູດ ຫວຽດນາມ ປະຈຳອາເມລິກາ, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ ໃຫ້ພັດທະນາຢ່າງແຮງກວ່າໃນບັນດາຂົງເຂດ: ການເມືອງ, ການທູດ, ເສດຖະກິດ, ການຄ້າ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການສຶກສາ, ວິທະຍາສາດເຕັກໂນໂລຊີ, ການພົວພັນແລກປ່ຽນປະຊາຊົນຕະຫລອດຮອດບັນດາບັນຫາພາກພື້ນ ແລະ ສາກົນ.
ຟ້າມຮວນ, ນັກຂ່າວ VOV ປະຈຳ ອາເມລິກາ