ຮົ້ວກີດຂວາງຢູ່ເຂດອຸດສາຫະກຳລວມ Kaesong
(ພາບປະກອບຈາກ: AFP/TTXVN)
|
(vovworld) – ວັນທີ 11/1, ກະຊວງການຕ່າງປະເທດ ສ. ເກົາຫຼີ ໃຫ້ຮູ້ວ່າ: ຜູ້ຕາງໜ້າບັນດາປະເທດເຂົ້າຮ່ວມວິວັດການເຈລະຈາ 6 ຝ່າຍກ່ຽວກັບບັນຫານິວເຄຼຍໃນແຫຼມ ເກົາຫຼີ ຈະດຳເນີນບັນດາການເຈລະຈາໃນອາທິດນີ້ເພື່ອປຶກສາຫາລືກ່ຽວກັບເລື່ອງຮັບມືກັບເຫດການທົດລອງນິວເຄຼຍຂອງ ສປປ ເກົາຫຼີ ໃນອາທິດກ່ອນ. ໃນແຈ້ງການ, ກະຊວງດັ່ງກ່າວກໍໃຫ້ຮູ້ວ່າ: ທູດພິເສດຂອງ ສ. ເກົາຫຼີ ທ່ານ Hwang Joon – kook ຈະເຈລະຈາກັບທ່ານ Sung Kim, ຜູ້ຕາງໜ້າຂອງ ອາເມລິກາ ແລະ ຜູ້ຕາງໜ້າ ຍີ່ປຸ່ນ ທ່ານ Kimihiro Ishikane ຢູ່ ເຊີອູນ ໃນວັນທີ 13/1. ທີ່ການເຈລະຈາຄັ້ງຕ່າງໆນີ້, ບັນດາຝ່າຍຈະປຶກສາຫາລືມາດຕະການ 2 ຝ່າຍ ແລະ ຫຼາຍຝ່າຍ, ໃນນັ້ນມີມະຕິ “ເຂ້ັມແຂງ ແລະ ຮອບດ້ານ” ຂອງສະພາຄວາມໝັ້ນຄົງ ສປຊ. ຫຼັງຈາກນັ້ນ, ທ່ານ Hwang ຈະໄປຍັງປະເທດ ຈີນ ໃນວັນທີ 14/1, ເພື່ອເຈລະຈາກັບທ່ານ ຫວູຕາຍອວຍ, ຜູ້ຕາງໜ້າພິເສດຂອງ ຈີນ ກ່ຽວກັບບັນດາບັນຫາໃນແຫຼມ ເກົາຫຼີ. ປະຈຸບັນ, ສ. ເກົາຫຼີ ແລະ ລັດເຊຍ ພວມສັບຊ້ອນການພົບປະລະຫວ່າງທ່ານ Hwang ແລະ ຄູ່ຕຳແໜ່ງ ລັດເຊຍ Igor Morgulov.