(vovworld) – ວັນທີ 20/08, ຕຳຫຼວດໄທ ໄດ້ສໍ້ຖາມ ແລະ ຫຼັງຈາກນັ້ນໄດ້ປ່ອຍຕົວໃຫ້ຜູ້ຖືກສົງໄສຄົນໜຶ່ງ ໃນເຫດວາງລະເບີດຢູ່ໃຈກາງນະຄອນຫຼວງບາງກອກ ໃນຕອນຄໍ່າວັນທີ 17/08. ໂຄສົກຕຳຫຼວດໄທ ພະວຸດ ຖາວອນສີ້ຣີ້ ໃຫ້ຮູ້ວ່າ, ຜູ້ຊາຍຄົນນີ້ມາຈາກ ສຽງໄໝ ໄດ້ກ່າຍເປັນຜູ້ຖືກສົງໄສ ພາຍຫຼັງພົບເຫັນໃນ ກາເມຣາ ປ້ອງກັນຄວາມສະຫງົບ. ຜູ້ນີ້ໄດ້ສະເໜີຕົວຢູ່ປ້ອມຕຳຫຼວດ ແລະ ໄດ້ຮັບການປ່ອຍຕົວພາຍຫຼັງຖືກສໍ້ຖາມ. ໃນຂະນະນັ້ນ, ຜູ້ຖືກສົງໄສທີ 2 ມາຈາກຈີນ, ໄດ້ເດີນທາງອອກຈາກປະເທດໄທ ພາຍຫຼັງເກີດເຫດວາງລະເບີດໜຶ່ງວັນ, ແຕ່ທ່ານ ພະວຸດ ຖາວອນສີ້ຣີ້ ຖືວ່າ, ຜູ້ນີ້ບໍ່ກ່ຽວຂ້ອງເຖິງເຫດວາງລະເບີດດັ່ງກ່າວ.