(ພາບປະກອບ: petapixel)
(vovworld) - ວັນທີ 21/09 ຕຳຫລວດນະຄອນ Cologne ຂອງ ເຢຍລະມັນ ໃຫ້ຮູ້ວ່າ: ເປົ້າໝາຍແມ່ນຊາວລີ້ໄພ ຊີຣີ ທີ່ຫາກໍ່ຖືກຈັບຕົວຢູ່ນະຄອນນີ້ ໄດ້ມີແຜນການວາງລະເບີດກໍ່ການຮ້າຍ. ຕາມເຈົ້າໜ້າທີ່ຕຳຫລວດແລ້ວ, ໃນການໂອ້ລົມຜ່ານທາງອິນເຕີແນັດ, ເປົ້າໝາຍອາຍຸ 16 ປີດັ່ງກ່າວ ໄດ້ສະແດງ “ຄວາມກຽມພ້ອມຢ່າງແນ່ນອນ” ເພື່ອດຳເນີນການບຸກໂຈມຕີກໍ່ການຮ້າຍ: ຕາມເນື້ອໃນການໂອ້ລົມລະຫວ່າງຜູ້ຖືກສົງໄສນີ້ກັບໝູ່ຜູ້ໜຶ່ງຢູ່ຕ່າງປະເທດແລ້ວ ເປົ້າໝາຍຊາວລີ້ໄພ ຊີຣີ ໄດ້ຮັບບັນດາ “ຄຳສັ່ງຊີ້ນຳຢ່າງລະອຽດທີ່ສຸດ” ເພື່ອຜະລິດລະເບີດໃຊ້ໃນການບຸກໂຈມຕີ. ເຖິງຢ່າງໃດກໍ່ຕາມ, ວົງການເຈົ້າໜ້າທີ່ຍັງບໍ່ທັນມີພະຍາມຫຼັກຖານໃດໆ ທີ່ສະແດງໃຫ້ເຫັນວ່າວ່າ ຜູ້ຖືກສົງໄສນີ້ ຊອກໄດ້ວັດຖຸເພື່ອຜະລິດລະເບີດ ແລະ ກໍ່ບໍ່ມີຂໍ້ມູນໃດ ກ່ຽວກັບເປົ້າໝາຍລະອຽດຂອງຜູ້ນີ້.