ຜູ້ທຸກຍາກ 12.000 ຄົນຈະໄດ້ຮັບການກວດພະຍາດ ແລະ ດູແລສຸຂະພາບໂດຍບໍ່ເສຍຄ່າ

ຜູ້ທຸກຍາກ 12.000 ຄົນຈະໄດ້ຮັບການກວດພະຍາດ ແລະ ດູແລສຸຂະພາບໂດຍບໍ່ເສຍຄ່າ - ảnh 1
ພາບປະກອບ

(vovworld) – ຈະ​ມີຜູ້​ທຸກ​ຍາກ​ປະມານ 12.000 ຄົນ ຢູ່ 10 ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ​ໄດ້​ຮັບ​ການ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ​ໂດ​ຍບໍ່​ເສຍ​ຄ່າ​ຜ່ານ​ການ​ເຄື່ອນ​ໄຫວ​ກວດ​ - ປິ່ນປົວ​ພະຍາດ ກຸສົນ​ເຄື່ອນ​ທີ່ ​ໂດຍ​ສູນ​ກາງ​ສະພາກ​າ​ແດງ​ຫວຽດນາມ ຈັດ​ຕັ້ງ. ນີ້​ແມ່ນ​ໝາກຜົນ​ຂອງ “ຂໍ້​ຕົກລົງ​ຮ່ວມ​ມື​ກວດ - ປິນປົ່ວ​ພະຍາດ​ກຸ​ສົນ” ​​ເຊິ່ງໄດ້​ຮັບ​ການ​ລົງ​ນາມ​ເມື່ອ​ວັນ​ທີ 5/4 ລະຫວ່າງ​ຜູ້ຕາງໜ້າ​ສູນ​ກາງ​ສະພາກາ​ແດງ​ຫວຽດນາມ ​ແລະ ບໍລິສັດ Glaxosmithkline PTE LTD. ການ​ເຄື່ອນ​ໄຫ​ວກວດ​ພະຍາດ​ກຸສົນ​ເຄື່ອນ​ທີ່ ນອນ​ໃນ​​ໂຄງການ “ຊິ​ວັດ​ປອດ​ພະຍາດ” ມີ​ຍອດ​ມູນ​ຄ່າ​ເກືອບ 1,3 ຕື້ດົ່ງ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​​ໄລຍະ​ໜຶ່ງ​ປີ, ​ເລີ່​ມ​ແຕ່​ວັນ​ທີ 31/3/2012 ຮອດ 31/3/2013. ບັນດາ​ເນື້ອ​ໃນ​ໄດ້​ຮັບ​ການຊ່ວຍ​​ເຫຼືອ​ລວມມີ: ຄ່າ​​ໃຊ້​ຈ່າຍໃຫ້​ແກ່ບັນດາ​ການ​ເຄື່ອນ​ໄຫວ​ກວດ​ ປິນປົ່ວພະຍາດ, ຢຸກຢາ ​ແລະ ​ຄ່າ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ກຸ​ສົນ​ຂອງ​ສະພາກາ​ແດງ.

ຂ່າວ/ບົດ​ອື່ນ