(vovworld) – “ບັນດາກາລະໂອກາດຄວາມສາມາດບົ່ມຊ້ອນທີ່ມາຈາກບັນດາສັນຍາການຄ້າເສລີ (FTAs) ແລະ ບັນດາສັນຍາການລົງທຶນ 2 ຝ່າຍ (BITs) ອາດຈະກາຍເປັນສິ່ງທ້າທາຍຖ້າຫາກ ຫວຽດນາມ ບໍ່ມີບັນດາມາດຕະການນະໂຍບາຍທີ່ກ່ຽວຂ້ອງ ເພື່ອໜູນຊ່ວຍບັນດາວິສາຫະກິດພາຍໃນປະເທດ”. ນີ້ແມ່ນຂໍ້ສັງເກດທີ່ໄດ້ຍົກອອກມາຢູ່ກອງປະຊຸມສຳມະນາ “ຜົນກະທົບຈາກບັນດາສັນຍາການຄ້າເສລີ ແລະ ສັນຍາການລົງທຶນ 2 ຝ່າຍເຖິງບັນດາຄາດໝາຍພັດທະນາອັນຍາວນານຂອງຫວຽດນາມ-ກໍລະນີຂອງຂະແໜງການປຸງແຕ່ງອາຫານ ແລະ ເອເລັກໂຕນິກ”, ໂດຍສະຖາບັນຄົ້ນຄ້ວາຄຸ້ມຄອງເສດຖະກິດສູນກາງຈັດຕັ້ງໃນວັນທີ 29/6, ຢູ່ ຮ່າໂນ້ຍ. ຂະແໜງ
ເອເລັກໂຕນິກ ແລະ ປຸງແຕ່ງອາຫານແມ່ນ 2 ຂະແໜງສົ່ງອອກຕົ້ນຕໍຂອງ ຫວຽດນາມ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ດຣ ຫວໍຈີ໋ແທ່ງ, ຮອງຫົວໜ້າສະຖາບັນຄົ້ນຄ້ວາຄຸ້ມຄອງເສດຖະກິດສູນກາງ, ຖືວ່າ:
ບັນດາສັນຍາທັງໝົດລ້ວນແຕ່ບໍ່ກີດຂວາງເຖິງເລື່ອງລັດໜູນຊ່ວຍວິສາຫະກິດກ່ຽວກັບດ້ານສື່ສານ, ດ້ານສົ່ງເສີມການຄ້າ, ການລົງທຶນ, ການພັດທະນາໂຄງປະກອບໂຄງລ່າງ, ການສຶກສາບຳລຸງສ້າງ, ການໜູນຊ່ວຍໃນການຄົ້ນຄ້ວາ, ຜັນຂະຫຍາຍ…ບັນດານະໂຍບາຍອື່ນໆ ເຊິ່ງພວກເຮົາໄດ້ໃຫ້ຄຳໝັ້ນສັນຍາອາດຈະອະນຸຍາດໃຫ້ໜູນຊ່ວຍວິສາຫະກິດໃນຂົງເຂດກະສິກຳ, ວິສາຫະກິດຂະໜາດກາງ ແລະ ນ້ອຍໃນລະດັບໃດໜຶ່ງຢ່າງແນ່ນອນ.