ຜົນກະທົບຂອງປະຊາຄົມເສດຖະກິດອາຊຽນເຖິງນັກຮຽນ,ນັກສຶກສາແລະຜູ້ອອກແຮງງານໜຸ່ມ

(vovworld) - ​​​ ​​ວັນ​ທີ 15/12, ຄະ​ນະ​ຊາວ​ໜຸ່ມ​ນະ​ຄອນ ໂຮ່​ຈີ​ມິນ ໄດ້​ຈັດ​ຕັ້ງກອງ​ປະ​ຊຸມ​ວິ​ທະ​ຍາ​ສາດ​ໜຸ່ມ​ດ້ວຍ​ຫົວ​ຂໍ້​ວ່າ “ຜົນ​ກະ​ທົບ​ຂອງ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ ເຖິງ ນັກ​ຮຽນ, ນັກ​ສຶກ​ສາ ແລະ ຜູ​້​ອອກ​ແຮງ​ງານ​ໜຸ່ມ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ”. ກອງ​ປະ​ຊຸມ​ມີ​ບົດ​ທາບ​ທາມ​ຄວາມ​ເຫັນ​ຂອງ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ໜຸ່ມ​ມາ​ຈາກ​ຫົວ​ໜ່ວຍຕ່າງໆ​ໃນ​ທົ່ວ​ປະ​ເທດ 79 ບົດ , ໄດ້​ສຸມ​ໃສ່​ບາງ​ເນື້ອ​ໃນ​ຄື: ກາ​ລະ​ໂອ​ກາດ  ແລະ ສິ່​ງ​ທ້າ​ທາຍ​ສຳ​ລັບ​ນັກ​ຮຽນ, ນັກ​ສຶກ​ສາ ແລະ ຜູ້​ອອກ​ແຮງ​ງານ​ໜຸ່ມ​ນະ​ຄອນ​ເມື່ອ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຢ່າງ​ເປັນ​ທາງ​ການ, ບັນ​ດາ​ມາດ​ຕະ​ການ​ເພີ່ມ​ທະ​ວີ​ທັກ​ສະ ແລະ ຄວາມ​ສາ​ມາດ​ເຊື່ອມ​ໂຍງ​ໃຫ້​ສະ​ມາ​ຊິກ​ຊາວ​ໜຸ່ມ​ນະ​ຄອນ, ກຳ​ນົດ​ທີ່​ຕັ້ງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​​ມະ​ນຸດໜຸ່ມ​ນະ​ຄອນ​ໃນ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ… ບັນ​ດາ​ສິ່ງ​ທ້າ​ທາຍ​ກ່ຽ​ວ​ກັບ​ຄວາມ​ຕ້ອງ​ການ​ດ້ານ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ມີ​ຄຸນ​ນະ​ພາບ​ສູງ​ຕອບ​ສະ​ໜອງ​ຕະຫຼາດ​ຄົນ​ງານ​ໄລ​ຍະ​ເຊື່ອມ​ໂຍງ​ແມ່ນ​ບັນ​ຫາ​ເຊິ່ງ​ບັນ​ດາ​ຜູ້​ແທນ​ໄດ້​ເອົາ​ໃຈ​ໃສ່​ປຶກ​ສາ​ຫາ​ລືຫຼາຍ​ທີ່​ສຸດ. ບັນ​ດາ​ຜູ້​ແທນ​ຖື​ວ່າ, ໄປ​ຄຽງ​ຄູ​່​ກັບ​ບັນ​ດາ​ມາດ​ຕະ​ການ​ຍົກ​ສູງ​ຄຸ​ນ​ນະ​ພາບ​ການ​ບຳ​ລຸງ​ສ້າງ, ເພື່ອນ​ໜຸ່ມ​ຕ້ອງ​ເປັນ​ເຈົ້າ​ການ​ກຳ​ແໜ້ນ​ຂໍ້​ມູນ​ຂ່າວ​ສານ, ກາ​ລະ​ໂອ​ກາດ​ເພື່ອ​ມີ​ການ​ປ່ຽນ​ໃໝ່​ຢ່າງ​ທັນ​ການ, ແລກ​ປ່ຽນ​ຄວາມ​ຮູ້… ພ້ອມ​ກັນ​ນັ້ນ, ບັນ​ດາ​ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຕ້ອງ​ສຸມ​ໃສ່​ເຂົ້າ​ບັນ​ດາ​ການ​ເຄື່ອນ​ໄຫວ​​ອາ​ຊີ​ວະ​ສຶກ​ສາ, ສ້າງ​ເງື່ອນ​ໄຂ​ໃຫ​້​ຜູ້​ຮຽ​​ນ​ມີ​ຄວາມ​ເຂົ້າ​ໃຈ ແລະ ກຳ​ນົດ​ທ່າ​ອ່ຽງ​ຊັບ​ພະ​ຍາ​ກອນ​ມະ​ນຸ​ດ​​ກໍ່ຄື​​ເລືອກ​ເຟັ້ນ​ອາ​ຊີບ​ໃຫ້​ເໝາະ​ສົມ.


ຂ່າວ/ບົດ​ອື່ນ