ຜັນຂະຫຍາຍການເຄື່ອນໄຫວຕ່າງໆໃນເດືອນປ້ອງກັນ, ຕ້ານ HIV/AIDS

(VOVWORLD) - ຢູ່ນະຄອນ ໂຮ່ຈີມິນ, ວັນທີ 30 ພະຈິກ, ສະມາຄົມປ້ອງກັນ, ຕ້ານ HIV/AIDS ແລະ ສະຫະພັນຊາວໜຸ່ມ ຫວຽດນາມ ນະຄອນໂຮ່ຈີມິນ ໄດ້ຈັດຕັ້ງວັນບຸນ “ຊີວິດທີ່ສົມບູນ”.
ຜັນຂະຫຍາຍການເຄື່ອນໄຫວຕ່າງໆໃນເດືອນປ້ອງກັນ, ຕ້ານ HIV/AIDS - ảnh 1ການໂຄສະນາເຜີຍແຜ່ກ່ຽວກັບ HIV/AIDS ຢູ່ນະຄອນ ເກີນເທີ
(ພາບ: Báo Cần Thơ)

ເພື່ອຕອບສະໜອງວັນໂລກປ້ອງກັນ, ຕ້ານ HIV/AIDS (ວັນທີ 1 ທັນວາ), ຄະນະກຳມະການແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານ AIDS ແລະ ປ້ອງກັນ, ຕ້ານຢາເສບຕິດ, ໂສເພນີ ໄດ້ປຸກລະດົມເດືອນກະທຳແຫ່ງຊາດປ້ອງກັນ, ຕ້ານ HIV/AIDS ປີ 2022 (ແຕ່ວັນທີ 10 ພະຈິກ ຫາວັນທີ 10 ທັນວາ) ດ້ວຍຫົວຂໍ້ວ່າ “ຢຸດຕິໂລກລະບາດ AIDS - ຊາວໜຸ່ມກຽມພ້ອມ”.

        ຢູ່ນະຄອນ ໂຮ່ຈີມິນ, ວັນທີ 30 ພະຈິກ, ສະມາຄົມປ້ອງກັນ, ຕ້ານ HIV/AIDS ແລະ ສະຫະພັນຊາວໜຸ່ມ ຫວຽດນາມ ນະຄອນໂຮ່ຈີມິນ ໄດ້ຈັດຕັ້ງວັນບຸນ “ຊີວິດທີ່ສົມບູນ”. ໃນເດືອນກະທຳແຫ່ງຊາດປ້ອງກັນ, ຕ້ານ HIV/AIDS ປີ 2022, ພະແນກສາທາລະນະສຸກແຂວງ, ນະຄອນໃນທົ່ວປະເທດ ພ້ອມກັບບັນດາພະແນກ, ຂະແໜງການທີ່ກ່ຽວຂ້ອງ ແລະ ຫົວໜ່ວຍສື່ສານສົມທົບກັນໃນວຽກງານໂຄສະນາເຜີຍແຜ່ເຖິງວົງຄະນະຍາດ; ຈັດຕັ້ງບັນດາການຝຶກອົບຮົມໃຫ້ແກ່ບັນດາຫົວໜ່ວຍການແພດຂັ້ນຮາກຖານກ່ຽວກັບການປ້ອງກັນ, ເບິ່ງແຍງດູແລ, ປິ່ນປົ່ວ HIV/AIDS…; ແນະນຳ, ໂຄສະນາເຜີຍແຜ່ຢ່າງກ້ວາງຂວາງກ່ຽວກັບຜົນປະໂຫຍດຂອງການສໄປກວດ HIV ໄວ…

ຕອບກັບ

ຂ່າວ/ບົດ​ອື່ນ