ຜັນຂະຫຍາຍປະຕິບັດມະຕິ, ຂໍ້ສະຫລຸບຂອງກອງປະຊຸມສູນກາງພັກຄັ້ງທີ 5 ຊຸດທີ 11
(ພາບປະກອບ)
( vovworld ) – ອົງຄະນະພັກຫ້ອງວ່າການລັດຖະບານຫາກໍ່ຈັດກອງປະຊຸມຊາບຊືມ, ຜັນຂະຫຍາຍປະຕິບັດມະຕິ, ຂໍ້ສະຫລຸບຂອງກອງປະຊຸມສູນກາງພັກຄັ້ງທີ 5 ຊຸດທີ 11 ໃຫ້ແກ່ພະນັກງານ, ສະມາຊິກພັກທັງໝົດໃນອົງຄະນະພັກ. ພາຍຫຼັງໄດ້ຊາບຊືມບັນດາເນື້ອໃນພື້ນຖານຂອງມະຕິ, ຂໍ້ສະຫລຸບຂອງກອງປະຊຸມສູນກາງພັກຄັ້ງທີ 5 ຊຸດທີ 11, ກ່ຽວກັບຂໍ້ສະຫລຸບ, ສັງລວມການປະຕິບັດລັດຖະທຳມະນູນປີ 1992 ແລະ ບາງເນື້ອໃນອັນເປັນພື້ນຖານຕ້ອງປັບປຸງ, ເພີ່ມເຕີມລັດຖະທຳມະນູນປີ 1992, ມະຕິກ່ຽວກັບ “ບາງບັນຫາກ່ຽວກັບນະໂຍບາຍສັງຄົມໄລຍະ 2012-2020“….. ບັນດາຜູ້ແທນໄດ້ສະແດງໃຫ້ເຫັນຄວາມເຫັນດີເຫັນພ້ອມກັບບັນດາມະຕິ, ຂໍ້ສະຫລຸບຂອງກອງປະຊຸມສູນກາງພັກຄັ້ງທີ 5 ຊຸດທີ 11. ດ້ວຍໜ້າທີ່ແມ່ນອົງການເປັນເສນາທິການ, ສັງລວມ, ຮັບໃຊ້ໃຫ້ແກ່ການຊີ້ນຳບໍລິຫານຂອງລັດຖະບານ ແລະ ທ່ານນາຍົກລັດຖະມົນຕີ, ອົງຄະນະພັກຫ້ອງວ່າການລັດຖະບານໄດ້ກຳນົດເລື່ອງຊາບຊືມ, ຜັນຂະຫຍາຍການປະຕິບັດມະຕິ, ຂໍ້ສະຫລຸບຂອງກອງປະຊຸມສູນກາງພັກຄັ້ງທີ 5 ຊຸດທີ 11, ມະຕິກອງປະຊຸມໃຫ່ຍຄັງທີ 11 ຂອງພັກ ແມ່ນໜ້າທີ່ຈຸດສຸມເພື່ອສ້າງປະຖົມປັດໃຈໃຫ້ແກ່ຊີ້ນຳ, ປະຕິບັດບັນດາໜ້າທີ່ໃນປີ 2012 ແລະ ໃນຊຸມປີຕໍ່ໄປໃຫ້ເປັນຢ່າງດີ.
ອົງຄະນະພັກນະຄອນ HaiPhong ແລະ ອົງຄະນະພັກບັນດາແຂວງ BinhThuan, KienGiang, TienGiang ຫາກໍ່ຈັດກອງປະຊຸມຊາບຊືມ, ຜັນຂະຫຍາຍການປະຕິບັດມະຕິ, ຂໍ້ສະຫລຸບຂອງກອງປະຊຸມສູນກາງພັກຄັ້ງທີ 5 ຊຸດທີ 11 ໃຫ້ແກ່ພະນັກງານຫຼັກແຫຼ່ງບັນດາແຂວງນະຄອນ. ເພື່ອປະຕິບັດຈຸດໝາຍມະຕິ, ຂໍ້ສະຫລຸບຂອງກອງປະຊຸມສູນກາງພັກຄັ້ງທີ 5 ຊຸດທີ 11 ຢ່າງມີໄຊ, ອົງຄະນະພັກນະຄອນ HaiPhong ແລະ ອົງຄະນະພັກບັນດາແຂວງ BinhThuan, KienGiang, TienGiang ໄດ້ຜັນຂະຫຍາຍການສ້າງໂຄງການດຳເນີນງານລະອຽດ ແລະ ຮຽກຮ້ອງໃຫ້ອົງຄະນະພັກ, ບັນດາຂະແໜງການ ຈົ່ງອີງຕາມສະພາບຕົວຈິງ, ເພື່ອສ້າງ ແລະ ຜັນຂະຫຍາຍໂຄງການດຳເນີນງານໃຫ້ເໝາະສົມ.