ການເຄື່ອນໄຫວເພື່ອຄົນທຸກຍາກໃນໂອກາດບຸນປີໃຫມ່ປະຈຳຊາດ
ພາບປະກອບ: ອິນເຕີແນັດ
|
(vovworld) - ວັນທີ 9/1, ສູນກາງສະພາກາແດງ ຫວຽດນາມ ໃຫ້ຮູ້ວ່າ: ໂດຍປະຕິບັດໂຄງການ “ບຸນປີໃຫມ່ປະຈຳຊາດເພື່ອຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ” ປີມະເສງ 2013, ມາຮອດປະຈຸບັນ, ບັນດາແຂວງ, ສະພາກາແດງສາຂານະຄອນ ໄດ້ຈົດທະບຽນມອບຂອງຂວັນໃຫ້ແກ່ເປົ້າໝາຍດັ່ງກ່າວ 1.100.000 ພຸດ. ນອກນັ້ນ, ສະພາກາແດງບາງທ້ອງຖິ່ນຍັງສົມທົບກັນຈັດຕັ້ງການເຄື່ອນໄຫວມະນຸດສະທຳອື່ນຄື: ກວດພະຍາດ, ສະຫນອງຢຸກຢາໂດຍບໍ່ເສຍຄ່າ, ມອບລົດເຂັນ. ທ່ານ ບູ່ຍເຕີນຕຽນ, ປະທານຄະນະກຳມະການແນວໂຮມປະເທດຊາດ ແຂວງ ນາມດີ້ງ ໃຫ້ຮູ້ວ່າ:
“ແນວໂຮມປະເທດຊາດ ແຂວງ ໄດ້ຫັກເງິນຈາກກອງທຶນປະມານ 100 ລ້ານດົ່ງເພື່ອໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ບັນດາສູນເດັກພິການ, ເດັກກຳພ້າ. ພວກຂ້າພະເຈົ້າຈະລົງຢື້ຢາມຖາມຂ່າວບັນດາຄອບຄົວທຸກຍາກຢູ່ບັນດາເມືອງ, ຮາກຖານ. ແນວໂຮມປະເທດຊາດແຂວງກໍຫັກແຫລ່ງງົບປະມານເພື່ອໄປຢ້ຽມຢາມ, ລະດົມກຳລັງໃຈບັນດາຄອບຄົວທຸກຍາກ.”