(vovworld) - ຕອນເຊົ້າວັນທີ 27/02, ຢູ່ມະຫາວິທະຍາໄລແພດສາດຮ່າໂນ້ຍ, ໄດ້ດຳເນີນພິທີຜັນຂະຫຍາຍການປະຕິບັດທົດລອງໂຄງການທົດລອງທ່ານໝໍໜຸ່ມອາສາສະໝັກໄປປະຕິບັດງານຢູ່ເຂດປະສົບກັບຄວາມຫຍຸ້ງຍາກ, ເຂດຊາຍແດນໝູ່ເກາະ. ກ່າວຄຳເຫັນທີ່ພິທີ, ທ່ານ ໂຕຮຸຍເຣື໋ອ, ເລຂາສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູງກາງ, ຮຽກຮ້ອງໃຫ້ກະຊວງສາທາລະນະສຸກສົມທັບກັບບັນດາທ້ອງຖິ່ນໃນການເລືອກເຟັ້ນບໍລິເວນ, ຈັດແບ່ງທ່ານໝໍໃນຂະແໜງການຕ່າງໆໃຫ້ເໝາະສົມເປັນຢ່າງດີ ແລະ ສົມທົບກັນປະຕິບັດໂຄງການນຳທ່ານໝໍໜຸ່ມໄປເຮັດວຽກຢູ່ເຂດຫ່າງໄກ່ຊອກຫຼີກ ດ້ວຍບັນດາໂຄງການ, ລາຍການຄື: ລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ, ກໍ່ສ້າງຊົນນະບົດໃໝ່... ຮັບປະກັນລັກສະນະຄົບຊຸດ, ຕິດພັນກັນ, ໜູນຊ່ວຍ ແລະ ຊຸກຍູ້ເຊິ່ງກັນ ແລະ ກັນ. ທ່ານ ໂຕຮຸຍເຣື໋ອ ເນັ້ນໜັກວ່າ.
“ກະກຽມໃຫ້ທ່ານໝໍໜຸ່ມອາສາສະໝັກ ນັບທັງທາງດ້ານແນວຄິດ, ຈິດໃຈຄວາມຮັບຜິດຊອບ ແລະ ສະຕິຄວາມສາມາດປະຕິບັດໃຫ້ເໝາະສົມກັບເງື່ອນໄຂການເຮັດວຽກຂອງບັນດາສຸກສາລາຕາແສງ ແລະ ໂຮງໝໍຂັ້ນເມືອງ, ເອົາໃຈໃສ່ນັບທັງດ້ານຄວາມຮູ້ກ່ຽວກັບພາສາ, ຮີດຄອງປະເພນີ, ແບບແຜນດຳລົງຊີວິດ ແລະ ເງື່ອນໄຂເຮັດວຽກໃໝ່; ພ້ອມທັງເພີ່ມທະວີອຸປະກອນການແພດ, ບຳລຸງສ້າງຖັນແຖວທ່ານໝໍຢູ່ກັບທີ, ຮັບປະກັນ ຍົກສູງ ແລະ ຮັກສາຄຸນນະພາບການບໍລິການສາທາລະນະສຸກຢູ່ບັນດາເຂດປະສົບກັບຄວາມຫຍຸ້ງຍາກ. ຖືຜົນງານ, ໝາກຜົນວຽການ ຂອງທ່ານໝໍໜຸ່ມອາສາສະໝັກແມ່ນໜຶ່ງໃນບັນດາມາດຖານສຳຄັນ ເພື່ອຈັດແບ່ງນຳໃຊ້ ແລະ ເຊີດຊູ”.