ນັກສຶກສາ ລາວ
|
(vovworld) – ວັນທີ 26/2, ຢູ່ນະຄອນ ເຫ້ວ, ສະຖານທູດ ສປປ ລາວ ປະຈຳ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫລຸບສົກຮຽນ 2014 – 2015, ຜັນຂະຫຍາຍໜ້າທີ່ສົກຮຽນ 2015 – 2016. ຕີລາຄາສະພາບການ, ຜົນງານການຮຳ່ຮຽນ ແລະ ຄົ້ນຄ້ວາຂອງບັນດານັກຮຽນ, ນັກສຶກສາ ລາວ ຢູ່ ຫວຽດນາມ, ຜູ້ຕາງໜ້າສະຖານທູດ ລາວ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ສົກຮຽນ 2015 – 2016, ຍອດຈຳນວນນັກຮຽນ, ນັກສຶກສາຮຳ່ຮຽນຢູ່ ຫວຽດນາມ ແມ່ນ 12.187 ຄົນ. ນັກຮຽນ, ນັກສຶກສາລາວ ສ່ວນຫຼາຍມີທັດສະນະດ້ານການເມືອງ, ແນວຄິດໝັ້ນຄົງ, ປະຕິບັດແນວທາງ, ນະໂຍບາຍ ແລະ ກົດໝາຍຂອງພັກ, ລັດ, ປະຕິບັດຂໍ້ກຳນົດຂອງໂຮງຮຽນ… ເພື່ອປະຕິບັດໜ້າທີ່ໃນສົກຮຽນ 2015 – 2016 ເປັນຢ່າງດີ, ສະຖານທູດ 2 ປະເທດ ສືບຕໍ່ສົມທົບກັບກະຊວງສຶກສາທິການ ແລະ ກິລາ ລາວ ແລະ ກະຊວງ ສຶກສາ ແລະ ກໍ່ສ້າງ ຫວຽດນາມ ຍູ້ແຮງການປະຕິບັດໂຄງການ “ຍົກສູງຄຸນນະພາບ ແລະ ປະສິດທິຜົນການຮ່ວມມື ຫວຽດນາມ - ລາວ ໃນຂົງເຂດສຶກສາ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ” ເຊິ່ງລັດຖະບານ ໄດ້ມອບໝາຍໃຫ້ກະຊວງສຶກສາທິການ ລາວ ແລະ ຫວຽດນາມ ຜັນຂະຫຍາຍປະຕິບັດ.