(VOVWORLD) - ຕອນເຊົ້າວັນທີ 28 ມັງກອນ, ເມື່ອສະເໜີບົດປະກອບຄຳເຫັນທີ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກທ່ານ ເຈິ່ນຕວັນແອັງ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະການຄ້າ ຫວຽດນາມ ໄດ້ເນັ້ນໜັກ ວ່າ: ຜົນງານແຫ່ງການປ່ຽນແປງໃໝ່ ໄດ້ສ້າງພື້ນຖານພັດທະນາເປັນຢ່າງຍິ່ງໃຫ້ແກ່ເສດຖະກິດ ຫວຽດນາມ.
ທ່ານ ເຈິ່ນຕວັນແອັງ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະການຄ້າ ຫວຽດນາມກ່າວຄຳເຫັນທີ່ກອງປະຊຸມ (ພາບ:qdnd.vn) |
ຕາມທ່ານ ເຈິ່ນຕວັນແອັງ ແລ້ວ, ພາຍຫຼັງ 35 ປີແຫ່ງການປ່ຽນແປງໃໝ່, ຫວຽດນາມ ບັນລຸໄດ້ບັນດາຜົນງານໃຫຍ່ຫຼວງໃນວິວັດແຫ່ງການຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ, ນຳຫວຽດນາມ ກາຍເປັນປະເທດທີ່ມີລາຍຮັບປານກາງລະດັບຕ່ຳ ແລະ ນັບມື້ນັບເຊື່ອມໂຍງເຂົ້າກັບພາກພື້ນ ແລະ ໂລກ ຢ່າງເລິກເຊິ່ງກ້ວາງຂວາງ. ທ່ານກ່າວວ່າ:
ຜົນງານແຫ່ງການປ່ຽນແປງໃໝ່ ໄດ້ສ້າງພື້ນຖານພັດທະນາເປັນຢ່າງຍິ່ງໃຫ້ແກ່ເສດຖະກິດ ຫວຽດນາມ. ໃນນັ້ນ, ຂົງເຂດອຸດສາຫະກຳ ໄດ້, ກຳລັງ ແລະ ຈະສືບຕໍ່ສວມບົດບາດສຳຄັນພິເສດ, ແມ່ນກຳລັງໜູນໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ ແລະ ປະຕິບັດເປົ້າໝາຍ ຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ.
ມາຮອດປັດຈຸບັນ, ຫວຽດນາມໄດ້ບືນຕົວຂຶ້ນກາຍເປັນໜຶ່ງໃນບັນດາປະເທດທີ່ມີ ພື້ນຖານ ຂຶ້ນກັບກຸ່ມ ບັນດາປະເທດທີ່ມີກຳລັງຄວາມສາມາດໃນການແກ້ງແຍ່ງຢູ່ລະດັບປານກາງລະດັບສູງ, ຫຍັບໃກ້ເຂົ້າກັບ ກຸ່ມ 4 ປະເທດ ທີ່ມີກຳລັງຄວາມສາມາດແກ້ງແຍ່ງດີທີ່ສຸດໃນກຸ່ມອາຊຽນ.
ຕາມທ່ານ ເຈິ່ນຕວັນແອັງ ແລ້ວ, ສະພາບການໂລກຄືໃນປັດຈຸບັນ ພວມກໍ່ສິ່ງທ້າທາຍທີ່ຍິ່ງໃຫຍ່ ໃຫ້ຫວຽດນາມ ແຕ່ກໍ່ສ້າງກາລະໂອກາດດີເພື່ອສາມາດຍາດແຍ່ງ ເພື່ອຮັດແຄບຊ່ອງວ່າງໃນການພັດທະນາ ແລະ ບືນຕົວຂຶ້ນຢ່າງແຮງ.
ທ່ານລັດຖະມົນຕີໄດ້ຢັ້ງຢືນວ່າ ຂະແໜງອຸດສາຫະກຳ ການຄ້າ ຈະສືບຕໍ່ມານະພະຍາຍາມ, ສຸ້ຊົນ, ເສີມຂະຫຍາຍ ຈິດໃຈເປັນເຈົ້າການ, ປະດິດຄິດສ້າງ ກ່ວາອີກ ເພື່ອປະຕິບັດເປົ້າໝາຍມະຕິຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ໃຫ້ສຳເລັດຜົນ.