ຜົນສຳເລັດຂອງ ກອງປະຊຸມ AMM 46 ສະແດງຄວາມສາມັກຄີ, ເຫັນດີເປັນເອກະພາບຂອງ ອາຊຽນ

ຜົນສຳເລັດຂອງ ກອງປະຊຸມ AMM 46 ສະແດງຄວາມສາມັກຄີ, ເຫັນດີເປັນເອກະພາບຂອງ ອາຊຽນ - ảnh 1
ທ່ານ​​ເລຂາທິການ​ໃຫຍ່ ອາ​ຊຽນ ​ເລ​ເລືອ​ງມິນ
(ພາບ: Chí Giáp/TTXVN)

(vovworld) –  ກອງ​ປະຊຸມ​ລັດຖະມົນຕີ ອາ​ຊຽນ ຄັ້ງ​ທີ 46 (AMM 46) ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ​ໄດ້​ສິ້ນ​ສຸດ​ລົງຢ່າງ​ດີງາມ​ຢູ່ Brunei, ດ້ວຍ​ເລື່ອງ AMM 46 ອອກ​ຖະ​ແຫຼງການ​ຮ່ວມ​ຢືນຢັນ​ຄວາມ​ຕັດສິນ​ໃຈ​ຂອງ ອາ​ຊຽນ ສ້າງ​ປະຊາ​ຄົມ​ລວມ ​ໃນ​ປີ 2015, ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ​​ໃນການ​ເດີ​ນ​​ທະ​ເລ​ຢູ່​ພາກ​ພື້ນ. ​ເມື່ອ​ຕອບ​ສຳ​ພາດ​ສື່​ມວນ​ຊົນ​ພາຍຫຼັງ​ສິ້ນ​ສຸດ​ກອງ​ປະ​ຊຸມ, ທ່ານ​​ເລຂາທິການ​ໃຫຍ່ ອາ​ຊຽນ ​ເລ​ເລືອ​ງມິນ ຮັບ​ຮູ້​ວ່າ: ກອງ​ປະຊຸມ​ລັດຖະມົນຕີ AMM 46  ​ແມ່ນ​ຜົນສຳ​ເລັດ, ສະ​ແດງ​ນ້ຳ​ໃຈ​ສາມັກ​ຄີ, ​ເປັນ​ເອກະ​ພາບ​ກັນ​ຂອງ ອາ​ຊຽນ. ກອງ​ປະຊຸມ​ໄດ້​ຢືນຢັນ​ຄວາມ​ຕັດສິນ​ໃຈ​ຂອງ ອາ​ຊຽນ ​ເພີ່ມ​ທະວີ​ຄວາ​ມມານະ​ພະຍາຍາມ ​ແລະ ​ພະຍາຍາມ​​ເພື່ອສ້າງ​ປະຊາ​ຄົມ ອາ​ຊຽນ ​ໃຫ້​ສຳ​ເລັດ​ໃນ​ປີ 2015 ​ໃນ 3 ​ເສົາ​ຄ້ຳ, ນັ້ນ​ແມ່ນ ​ເສົາ​ຄ້ຳ​ຄວາມ​ໝັ້ນຄົງ - ການ​ເມືອງ, ​ເສົາ​ຄ້ຳ​ເສດຖະກິດ ​ແລະ ​ເສົາ​ຄ້ຳ​ວັດທະນະທຳ​ - ສັງຄົມ. ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​​ເລຂາທິການ​ໃຫຍ່ ​ເລ​ເລືອ​ງມິນ ​ໃຫ້​ຮູ້​ວ່າ: ຄັ້ງ​ນີ້ ອາ​ຊຽນ ​ໄດ້​ສະ​ແດງ​ນ້ຳ​ໃຈ​ສາມັກຄີ​ບົນ​ພື້ນຖານ​ຫຼັກ​ໝັ້ນ​ຫຼັກການ 6 ຂໍ້​ຂອງ ອາ​ຊຽນ, ນັ້ນ​ແມ່ນ: ​ໃນ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ບັນດາ​ປະ​ເທດ ອາ​ຊຽນ ຕ້ອງ​ອີງ​ຕາມ​ບັນດາ​ຫຼັກການ​ເຄົາລົບ​ນັບຖື​ກົດໝາຍ​ສາກົນ, ນັບຖື​ບັນດາມາດຕາ​ຂອງ​ສົນ​ທິສັນຍາ​ກົດ​ໝາຍວ່າ​ດ້ວຍ​ທະ​ເລ​ປີ 1982 ຂອງ ສະຫະ​ປະຊາ​ຊາດ (UNCLOS), ​ແກ້​ໄຂ​ບັນ​ດາ​ການ​ພິພາດ​ກັນ​ໂດຍ​ສັນຕິວິທີ, ​ແລະ ລະງັບ​ໃຈ​ບໍ່​ນຳ​ໃຊ້​ກຳລັງ​ອາວຸດ​ໃນ​ການ​ພົວພັນ​ສາກົນ.

        ຈີນ ​ແລະ ອາ​ຊຽນ ຕົກລົງນຳ​ກັນ​ວ່າ: ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ອາ​ຊຽນ ​ແລະ ຈີນ ຈະ​ຈັດ​ກອງ​ປະຊຸມ​ໃນ​ເດືອນ 9/2013 ​ແລະ ນອກຈາກ​ເລື່ອງ​ປຶກສາ​ຫາລື ບັນດາ​ມາດ​ຕະການ​​ເພື່ອຮັບປະກັນ​​ສືບ​ຕໍ່​ປະຕິບັດ DOC ຢ່າງ​ຄົບ​ຖ້ວນ ​ແລະ ມີປະສິດທິ​ຜົນ, ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ອາ​ຊຽນ ​ແລະ ຈີນ ກໍ່​ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ມຸ້ງ​ໄປ​ເຖິງ​ການ​ສ້າງ​ສຳ​ເລັດ COC ຢ່າງ​ເປັນ​ທາງ​ການ.

ຂ່າວ/ບົດ​ອື່ນ