ຜູ້ນຳການແຫ່ຂະບວນປະທ້ວງໄທຖະແຫຼງຢຸດຕິ ບັ້ນຕໍ່ສູ້ຖ້າຫາກບໍ່ມີຜູ້ເຂົ້າຮ່ວມຢ່າງພຽງພໍ

ຜູ້ນຳການແຫ່ຂະບວນປະທ້ວງໄທຖະແຫຼງຢຸດຕິ ບັ້ນຕໍ່ສູ້ຖ້າຫາກບໍ່ມີຜູ້ເຂົ້າຮ່ວມຢ່າງພຽງພໍ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 17/05, ຜູ້ນຳ​ການແຫ່​ຂະ​ບວນປະ​ທ້ວງຕ້ານ​ລັດຖະບານ​ໄທ ສຸ​ເທບ ​ເທືອ​ກສຸບັນ ຖະ​ແຫຼ​ງວ່າ ທ່ານຈະ​ຢຸດຕິ​ບັນດາບັ້ນຕໍ່ສູ້ ​ແລະ ຍອມ​ຮັບ​ສາລະພາບ​ໂທດ​ໃນ​ວັນ​ທີ 27/05, ຖ້າ​ຫາກ ກ່ອນ​ນັ້ນ 1 ວັນຈຳນວນ​ຜູ້​ເຂົ້າ​ຮ່ວມການ​​ແຫ່​ຂະ​ບວນປະ​ທ້ວງ​ທ່ວງ​ໃຫ້​ລັດຖະບານ​ລາ​ອອກ​ຈາກ​ຕຳ​ແໜ່​ງຢ່າງ​ບໍ່ພຽງພໍ.

        ກອນ​ໜ້າ​ນັ້ນ, ທ່ານ ສຸ​ເທບ ​ໄດ້​ຮຽກຮ້ອງ​ປະຊາຊົນ​ໄທ​ກວ່າ 1 ລ້ານ​ຄົນ ລົງ​ຖະໜົນ​ກ່ອນ​ວັນ​ທີ 26/05, ​ໃນ​ການ​ເດີນ​ຂະ​ບວນ​ໂດຍ​ທ່ານຜູ້​ນີ້ປຸກລະດົມ. ຕາມ​ແຜນການ, ກຳລັງ​ແຫ່​ຂະ​ບວນປະ​ທ້ວງ​ຈະ​ຕິດ​ຕາມລັດຖະມົນຕີ ​24 ທ່ານທີ່​ຍັງ​​ເຫຼືອ​​ໃນ​ບັດ​ຖະບານ​ຊົ່ວຄາວຢ່າງ​ໃກ້​ຊິດ ​ແລະ ຮຽກຮ້ອງ​ເຂົາ​ເຈົ້າ​ລາ​ອອກ​ຈາກ​ຕຳ​ແໜ່​ງ, ກໍ່​ຄື​ກະຕຸກ​ຊຸກຍູ້​ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ສະໜັບ​ສະ​ໜູນ​ຜູ້​ແຫ່​ຂະ​ບວນປະ​ທ້ວງ ຢຸດຕິ​ການ​ຮັບ​ຄຳ​ຊີ້​ນຳ​ຈາ​ກ​ບັນດາ​ລັດຖະມົນຕີ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ