ຜູ້ນຳພັກລົງອວຍພອນປີໃໝ່ ຫົວໜ່ວຍປະຕິບັດກໍ່ສ້າງທ່າອາກາດສະຍານສາກົນກາດບີ


 ຜູ້ນຳພັກລົງອວຍພອນປີໃໝ່ ຫົວໜ່ວຍປະຕິບັດກໍ່ສ້າງທ່າອາກາດສະຍານສາກົນກາດບີ  - ảnh 1
ທ່າ​ນ ໂຕ​ຮຸຍ​ເຣື້ອ ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ໄດ້​ລົງ​ຢ້ຽມ​ຢາມ ແລະ ອວຍ​ພອນ​ປີ​ໃໝ່​ຫົວ​ໜ່ວຍ​ປະ​ຕິ​ບັດ​ໂຄງ​ການກໍ່​ສ້າງ​ທ່າ​ອາ​ກາດ​ສະ​ຍານ​ສາ​ ກົນ ກາດ​ບີ ນະ​ຄອນ​ຫາຍ​ຟ່ອງ

(vovworld)- ວັນ​ທີ 20/2, ກົງ​ກັບ​ວັນ​ທີ 2 ຂ​ອງ​ບຸນ​ເຕັດ, ທ່າ​ນ ໂຕ​ຮຸຍ​ເຣື້ອ ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ໄດ້​ລົງ​ຢ້ຽມ​ຢາມ ແລະ ອວຍ​ພອນ​ປີ​ໃໝ່​ຫົວ​ໜ່ວຍ​ປະ​ຕິ​ບັດ​ໂຄງ​ການກໍ່​ສ້າງ​ທ່າ​ອາ​ກາດ​ສະ​ຍານ​ສາ​ກົນ ກາດ​ບີ ນະ​ຄອນ​ຫາຍ​ຟ່ອງ. ຢູ່​ທີ່ນີ້, ທ່າ​ນ ໂຕ​ຮຸຍ​ເຣື້ອ ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ໄດ້​ຕີ​ລາ​ຄາ​ສູງ​ຈິດ​ໃຈ​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ ແລະ ກ້າ​ຫານ​ຂອງ​ນະ​ຄອນ​ຫາຍ​ຟ່ອງ​ໃນ​ໃນ​ວິ​ວັດ​ການ​ຜັນ​ຂະ​ຫຍາຍ​ວຽກ​ງານ​ເປັນ​ເຈົ້າ​ຂອງ​ລົງ​ທຶນ​ສຳ​ລັບ​ໂຄງ​ການ​ໃຫຍ່. ນີ້​ແມ່ນ​ໂຄງ​ການ​ທີ່​ສຳ​ຄັນ​ທີີ່​ມີ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ນະ​ຄອນ​ຫາຍ​ຟ່ອງ ຊຶ່ງ​ແມ່ນເຂດ​ຖະ​ກິດ​ຈຸດ​ສຸມ​ທາງ​ພາກ​ເໜືອ ແລະ ຂອງ​ທົ່ວ​ປະ​ເທດ. ທ່າ​ນ ໂຕ​ຮຸຍ​ເຣື້ອ ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ໄດ້​ສະ​ເໜີ​ນະ​ຄ້ອນ​ຫາຍ​ຟ່ອງ​ພ້ອມ​ດ້ວຍ​ບັນ​ດາ​ນັກ​ປະ​ມູນ, ທີ່​ປຶກ​ສາ, ຫົວ​ໜ່ວຍ​ດຳ​ເນີນ​ການກໍ່​ສ້າງ ຕ້ອງ​ມີ​ການ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ເປັນ​ເຈົ້າ​ການ, ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທີ່​ຄ້າງ​ຄ່າ​ໃນ​ການ​ປະ​ຕິ​ບັດ​ໂຄງ​ການຢ່າງ​ທັນ​ການ ແລະ ປະ​ຕິ​ບັດ​ຖືກ​ຕາມ​ບັນ​ດາ​ຄຳ​ໝັ້ນ​ໝາຍ, ລະ​ບຽບ​ກົດ​ໝາຍ​ຂອງ​ລັດ.

ຂ່າວ/ບົດ​ອື່ນ