ຜູ້​ບັນ​ຊາ​ການກຳ​ລັງ​ທະ​ຫານພິ​ທັກ ການປະ​ຕິ​ວັດ ອິດ​ສະ​ລາມ ອີ​ຣ​ານ ອະ​ພິ​ປາດຕໍ່​ໜ້າ ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ເຫດ​ເຮືອ​ບິນ ຢູ​ແກຼນ ຖືກ​ຍິງ​ຕົກ

(VOVWORLD) -ວັນທີ 12 ມັງກອນ, ທ່ານ Hossein Salami ຜູ້ນຳໜ້າກຳລັງທະຫານພິທັກ ການປະຕິວັດ ອິດສະລາມ ອີຣານ ໄດ້ອະພິປາຍຕໍ່ໜ້າສະພາແຫ່ງຊາດ, ພາຍຫຼັງ 1 ວັນ ທີ່ ອີຣານ ອອກມາຍອມຮັບຄວາມຮັບຜິດຊອບໃນເຫດຍິງເຮືອບິນລຳໜຶ່ງຂອງບໍລິສັດການບິນສາກົນ ຢູແກຼນໃນວັນທີ 8 ມັງກອນ.
ຜູ້​ບັນ​ຊາ​ການກຳ​ລັງ​ທະ​ຫານພິ​ທັກ ການປະ​ຕິ​ວັດ ອິດ​ສະ​ລາມ ອີ​ຣ​ານ ອະ​ພິ​ປາດຕໍ່​ໜ້າ ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ເຫດ​ເຮືອ​ບິນ ຢູ​ແກຼນ ຖືກ​ຍິງ​ຕົກ - ảnh 1 ທ່ານ Hossein Salami ຜູ້ນຳໜ້າກຳລັງທະຫານພິທັກ ການປະຕິວັດ ອິດສະລາມ ອີຣານ (ພາບ: Twitter

ທີ່ກອງປະຊຸມລັບນີ້, ກໍ່ຄືກັບຄຳຖະແຫຼງໃນ ກ່ອນໜ້ານັ້ນ ຂອງກຳລັງປ້ອງກັນທາງອາກາດ ອີຣານ, ທ່ານ ພົນຈັດຕະວາ Hossein Salami ໄດ້ຍອມຮັບວ່າ ຍ້ອນຄວາມຜິດພາດ ເຊິ່ງເຮັດໃຫ້ເຮືອບິນດັ່ງກ່າວກາຍເປັນເປົ້າໝາຍຂອງລູກສອນໄຟ ລູກໜຶ່ງ. ບັນດານັກນິຕິບັນຍັດອີຣານກໍ່ໄດ້ສົ່ງຄຳ ສະແດງຄວາມເສົ້າສະຫຼົດໃຈ ເຖິງບັນດາຄອບຄົວຂອງຜູ້ປະສົບເຄາະຮ້າຍ ແລະ ໃຫ້ຮູ້ວ່າ ບໍ່ມີແນວຄິດປິດບັງສາຍເຫດຂອງອຸບັດຕິເຫດຄັ້ງນີ້. ລັດຖະບານຈະປະຕິບັດທຸກໆມາດຕະການທີ່ຈຳເປັນເພື່ອສືບສວນ, ກໍ່ຄືບັງຄັບບັນດາຜູ້ທີ່ກ່ຽວຂ້ອງຕ້ອງ ຮັບຜິດຊອບ.

ຕອບກັບ

ຂ່າວ/ບົດ​ອື່ນ