ຜູ້ບັນຊາການຄົນສຳຄັນຂອງທະຫານລຸກຮື້ຂຶ້ນຢູ່ຊີຣີຖືກຍິງຕາຍ
ພາບປະກອບຈາກ vnmedia.vn
(vovworld) – ວັນທີ 21/10, ສື່ມວນຊົນຂອງລັດຖະບານ ແລະ ກຳລັງລຸກຮື້ຂື້ນ ຊີຣີ ໃຫ້ຮູ້ວ່າ: ໜຶ່ງໃນຈຳນວນບັນດາຜູ້ບັນຊາການອັນດັບໜຶ່ງຂອງກຳລັງທະຫານເສລີພາບ ຊີຣີ (FSA) ໄດ້ເສຍຊີວິດໃນການປະທະກັນກັບທະຫານລັດຖະບານຢູ່ທາງທິດໃຕ້ນະຄອນ Deraa, ໃກ້ກັບຊາຍແດນຕິດກັບຈໍ້ແດນ. ຕາມແຫຼ່ງຂ່າວດັ່ງກ່າວແລ້ວ, Yasser al – Aboud, ອະດີດນາຍທະຫານ ຊີຣີ, ຖືກຍິງຕາຍໃນຂະນະທີ່ນຳພາກຸ່ມບັນດາມືປືນລຸກຮື້ຂຶ້ນ ບຸກໂຈມຕີກົມກອງທະຫານລັດຖະບານຢູ່ເຂດ Tafas, ທີ່ເຂດຕາເວັນຕົກພາກເໜືອ Deraa. ມີສະມາຊິກຄົນໜຶ່ງຂອງກຸ່ມລຸກຮື້ຂຶ້ນໄດ້ເຂົ້າຮ່ວມການບຸກໂຈມຕີໄດ້ຮັບຮູ້ຂ່າວກ່ຽວກັບການເສຍຊີວິດຂອງ Aboud, ເຊິ່ງແມ່ນຜູ້ສ້າງຕັ້ງກຳລັງ FSA ທີ່ໄດ້ຮັບການສະໜັບສະໜູນຂອງຝ່າຍຕາເວັນຕົກຢູ່ພາກໃຕ້ ຊີຣີ.
ແລະກໍ່ໃນວັນດຽວກັນ, ຕຳຫຼວດ ນອກແວ ໄດ້ເປີດບັ້ນເຄື່ອນໄຫວຕາມລ່າໃນທົ່ວໂລກເພື່ອຊອກຫາກຳມະກອນຍິງ 2 ຄົນເຊື້ອຊາດ Somali ໄດ້ຊອກຫາວິທີເຂົ້າ ຊີຣີ ເພື່ອຊ່ວຍເຫຼືອກຳລັງລຸກຮື້ຂຶ້ນຢູ່ປະເທດນີ້. ຄາດວ່າ, ມີປະຊາຊົນ ນອກແວ ປະມານແຕ່ 30 – 40 ຄົນ, ໃນນັ້ນມີແມ່ຍິງຫຼາຍຄົນໄດ້ເດີນທາງອອກຈາກປະເທດໄປຍັງ ຊີຣີ ເພື່ອເຂົ້າຮ່ວມການປະທະກັນຢູ່ປະເທດຕາເວັນອອກກາງນີ້.