ວຽກງານກະກຽມການປ່ອນບັດເລືອກຕັ້ງ
ພາບ:internet
|
(vovworld) - ວົງການເຈົ້າຫນ້າທີ່ປ້ອງກັນຄວາມສະຫງົບ Venezuela ໃຫ້ຮູ້ວ່າ: ມີສະຖານທີ່ປ່ອນບັດເກືອບ 14.000 ແຫ່ງໄດ້ກຽມພ້ອມແກ່ການເລືອກຕັ້ງປະທານາທິບໍດີຢູ່ປະເທດນີ້ໃນວັນທີ 14/4. ກ່າວຄຳເຫັນພາຍຫລັງການພົບປະກັບປະທານສະພາເລືອກຕັ້ງແຫ່ງຊາດ Tibisay Lucena, ຜູ້ບັນຊາການເຄື່ອນໄຫວຍຸດທະສາດການທະຫານ, ທ່ານ Wilmer Barrientos ໃຫ້ຮູ້ວ່າ: 100% ຮີບບັດຖືກຕິດຕັ້ງ ແລະ ກວດກາຄວາມສະຫງົບປອດໄພ, ກຽມພ້ອມໃຫ້ແກ່ການເລືອກຕັ້ງປະທານາທິບໍດີ. ກ່ອນຫນ້ານັ້ນ, Venezuela ໄດ້ປະກາດອັດປະຕູດ່ານຊາຍແດນທາງບົກນັບແຕ່ວັນທີ 9/4 ແລະ ແກ່ຍາວອາທິດຫນຶ່ງເພື່ອກະກຽມໃຫ້ແກ່ການເລືອກຕັ້ງ. ການເລືອກຕັ້ງໃນວັນທີ 14/4, ມີຜູ້ມີສິດເລືອກຕັ້ງ Venezuela ກວ່າ 18,9 ລ້ານຄົນໄດ້ໄປປ່ອນບັດເລືອກຕັ້ງປະທານາທິບໍດີຄົນໃຫມ່,ແທນໃຫ້ອະດີດປະທານາທິບໍດີ Hugo Chavez.