ຜູ້ມີສິດເລືອກຕັ້ງ ເຢຍລະມັນເລີ່ມໄປປ່ອນບັດເລືອກຕັ້ງ ສະພາແຫ່ງຊາດ ສະຫະພັນ

(VOVWORLD) - ມີຜູ້ມີສິດເລືອກຕັ້ງເຢຍລະມັນ 61,5 ລ້ານຄົນ ມີສິດໄປປ່ອນບັດຄັ້ງນີ້, ໃນນັ້ນມີ 3 ລ້ານຄົນໄດ້ໄປປ່ອນບັດເລືອກຕັ້ງຄັ້ງທຳອິດ


ຕອນເຊົ້າວັນທີ 24 ກັນຍາ, ບັນດາສະຖານທີ່ປ່ອນບັດຂຶ້ນກັບ 299 ເຂດເລືອກຕັ້ງໃນທົ່ວປະເທດ ເຢຍລະມັນ ໄດ້ເປີດປະຕູເພື່ອຕ້ອນຮັບຜູ້ມີສິດເລືອກຕັ້ງ ໄປເລືອກຕັ້ງສະພາແຫ່ງຊາດ ສະຫະພັນອາຍຸການ 2017 – 2021. ມີຜູ້ມີສິດເລືອກຕັ້ງເຢຍລະມັນ 61,5 ລ້ານຄົນ ມີສິດໄປປ່ອນບັດຄັ້ງນີ້, ໃນນັ້ນມີ 3 ລ້ານຄົນໄດ້ໄປປ່ອນບັດເລືອກຕັ້ງຄັ້ງທຳອິດ. ມີທັງໝົດ 48 ພັກຝ່າຍການເມືອງເຂົ້າຮ່ວມການຊ່ວງເສັງຍາດເອົາ 630 ທີ່ນັ່ງທີ່ສະພາແຫ່ງຊາດ ສະຫະພັນໃນອາຍຸການ 2017 -2021. ນີ້ແມ່ນການເລືອກຕັ້ງໄດ້ຮັບການຕີລາຄາວ່າ ມີຄວາມສຳຄັນແຖວໜ້າຢູ່ ເອີລົບ ໃນປີ 2017, ປະກອບສ່ວນສ້າງອະນາຄົດຂອງ ສະຫະພາບເອີລົບ (EU) ໃຫ້ເປັນຮູບປະທຳ.


ຕອບກັບ

ຂ່າວ/ບົດ​ອື່ນ