ຜູ້ມີສິດເລືອກຕັ້ງຕີລາຄາ ສູງວາລະປຶກສາຫາລື ຂອງສະພາແຫ່ງຊາດ ກ່ຽວກັບຮ່າງກົດໝາຍວ່າດ້ວຍທີ່ດິນ

ຜູ້ມີສິດເລືອກຕັ້ງຕີລາຄາ ສູງວາລະປຶກສາຫາລື ຂອງສະພາແຫ່ງຊາດ ກ່ຽວກັບຮ່າງກົດໝາຍວ່າດ້ວຍທີ່ດິນ - ảnh 1
ຮ່າງ​ກົດໝາຍ​ວ່າ​ດ້ວຍທີ່​ດິນ (ສະບັບ​ປັບປຸງ) ໄດ້​ຮັບ​ການຖ່າຍ​ຖອດ​ສົດ​ຜ່ານ​ໂທລະພາບ
(ພາບ: VTV News)


(vovworld) - ​ ຕອນ​ເຊົ້າ​ວັນ​ທີ 06 ພະຈິກ, ວາລະ​ປຶກສາ​ຫາລື​ຂອງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ບາງ​ເນື້ອ​ໃນ​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍທີ່​ດິນ (ສະບັບ​ປັບປຸງ), ​ເຊິ່ງ​ໄດ້​ຮັບ​ການຖ່າຍ​ຖອດ​ສົດ​ຜ່ານ​ໂທລະພາບ ​ແລະ ວິທະ​ຍຸ​ກະຈາຍສຽງ, ​ໄດ້​ດຶງ​ດູດ​ຄວາມ​​ເອົາ​ໃຈ​ໃສ່​ຕິດຕາມ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ພາຍ​ໃນ​ປະ​ເທດເປັນ​ຈຳນວນ​ຫຼວງ​ຫຼາຍ. ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄດ້​ສະ​ແ​ດງຄວາມ​ພາກພູມ​ໃຈ ​ແລະ ປາດ​ຖະໜາ​ວ່າ ສະພາ​ແຫ່ງ​ຊາດ​ຈະ​ລົງມະຕິ​ຮັບຮອງ​ເອົາ​ໃນກ​ອງປະຊຸມ​ເທື່ອ​ນີ້. ຜູ້​ມີ​ສິດ​ເລືອກຕັ້ງ A Byot, ​ແຂວງ​ກອນ​ຕຸ​ມ ​ຖື​ວ່າ, ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ) ​ໄດ້​ຮັບ​ການ​ກະກຽມຢ່າງ​ລອບ​ຄອບ​ທີ່​ຖ້ວນ, ຖ້າ​ຫາກ​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ ຈະ​ມີ​ການ​ກະທົບ​ຢ່າງ​ຕັ້ງໜ້າ​ເຖິງ​ບັນດາ​ອົງການ, ບຸກຄົນ, ຄອບຄົວ​ນຳ​ໃຊ້​ທີ່​ດິນ, ຜ່ານ​ນັ້ນກະທົບ​ເຖິງ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ. ​​ໂດຍເລີ່​ມມາ​ຈາກ​ສະພາບ​ຕົວ​ຈິ່ງ​ຂອງ​ທ້ອງ​ຖິ່ນ​ທີ່​ຍັງ​ມີ 2.000 ຄອບຄົວບໍ່​ທັນ​ມີ​ທີ່ດິນປຸກ​ສ້າງ​ເຮືອນ​ຢູ່ ​ແລະ ທຳ​ການ​ຜະລິດ, ຜູ້​ມີ​ສິດ​ເລືອກຕັ້ງ A Byot ສະ​ເໜີ​ວ່າ.

        “ພວກ​ຂ້າພະ​ເຈົ້າ​ສະ​ເໜີ​ຕໍ່​ພັກ, ລັດ ​ແມ່ນ​ກວດກາ​ຄືນ​ບັນດາ​ເນື້ອ​ທີ່​ດິນ​ຂອງນິຄົມກະ​ເສດ, ຟາ​ມທີ່ນຳ​ໃຊ້​ບໍ່​ມີ​ປະສິດທິ​ຜົນ ​ແລະ ກວດຄືນ​​ເລື່ອງ​ຕ້ອງ​ມີ​ແຫຼ່ງ​ທຶນ​ເພື່ອ​ວັດ​ແທກ ​ແລະ ຖອນ​ຄືນທີ່​ດິນ​ຂອງນິຄົມ​ກະ​ເສດ, ຟາ​ມ. ຈາກ​ນັ້ນ ພວກ​ເຮົາຖອນ​ທີ່​ດິນ​ຄືນ, ມອບ​ໃຫ້​ທ້ອງຖິ່ນ​ເພື່ອ​ໃຫ້​ທ້ອງ​ຖິ່ນ​ແກ້​ໄຂ​ທີ່​ດິນ​ປຸກ​ສ້າງ​ເຮືອນ​ຢູ່ ​ແລະ ທຳ​ການ​ຜະລິດ ​ແນ​ໃສ່​ຮັບປະກັນ​ຊີວິດ​ສັງຄົມ​ໃຫ້​ແກ່​ປະຊາຊົນ”.

        ຜູ້​ມີ​ສິດ​ເລືອກຕັ້ງ ຮ່ວາຍ​​ເທືອງ, ຢູ່​ໜ່ວຍ 30 ຕາ​ແສງ​ອຽນ​ທິ້ງ, ນະຄອນ​ອຽນ​ບ໋າ​ຍ ຖື​ວ່າ.

        “ຂ້າພະ​ເຈົ້າ​ເຫັນ​ວ່າ ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື, ປະກອບ​ຄຳ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ ​ແລະ ມີຄວາມ​ຮັບຜິດຊອບ. ຖ້າ​ຫາກ​ຖືກ​ຕາມ​ບັນດາ​ສິ່ງ​ທີ່​ໄດ້​ຮັບ​ການ​ປຶກສາ​ຫາລື​ທີ່​ສະພາ​ແຫ່ງ​ຊາດ​ຄັ້ງ​ນີ້, ​ໃນ​ໄລຍະ​ຈະ​ມາ​ເຖິງ​ເລື່ອງ​ຊື້, ຂາຍ​ດິນ, ກຳນົດ​ລາຄາ​ທີ່​ດິນ ຈະ​​ເຄັ່ງ​ຄັດ​ກວ່າ, ​ເລື່ອງ​ຖອນ​ທີ່​ດິນ​ຄືນ​ກໍ່​ຮັບປະກັນ​ສິດ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ. ຂ້າພະ​ເຈົ້າ​ຫວັງ​ວ່າ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ) ​ຈະ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຜ່ານ​ກອງ​ປະຊຸມ​ຄັ້ງ​ນີ້”.

ຂ່າວ/ບົດ​ອື່ນ