ຜູູ້ມີສິດເລືອກຕັ້ງຢູ່ ບ້ານ Kon Tum Knam, ແຂວງ Kon Tum
(vovworld) – ຕາມທ່ານ ຫງວຽນແຫ້ງຟຸກ, ເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງການສະພາເລືອກຕັ້ງແຫ່ງຊາດ ແລ້ວ, ຮອດເວລາ 22 ໂມງ 20 ນາທີຂອງວັນທີ 22/5, ໃນທົ່ວປະເທດມີຜູ້ມີສິດເລືອກຕັ້ງໃນທົ່ວປະເທດ 98,77% ໄປປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2016 – 2021. ຢູ່ຫຼາຍແຂວງ, ນະຄອນມີອັດຕາຜູ້ມີສິດເລືອກຕັ້ງເຂົ້າຮ່ວມການປ່ອນບັດເລືອກຕັ້ງສູງ, ແມ່ນກ່ວາ 90%. ໃນນັ້ນມີແຂວງ ເທື່ອທຽນ ເຫວ້ ແລະ ອຽນບ໋າຍ ແມ່ນ 2 ແຂວງທີ່ບັນລຸອັດຕາສູງສຸດແມ່ນ 99,99%.
ເມື່ອແລກປ່ຽນກັບສື່ມວນຊົນ, ທ່ານ ຫງວຽນແຫ້ງຟຸກ, ເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງການສະພາເລືອກຕັ້ງແຫ່ງຊາດ ຢັ້ງຢືນວ່າ: ການເລືອກຕັ້ງໄດ້ດຳເນີນໄປດ້ວຍຄວາມປອດໄພທີ່ສຸດ. ເລື່ອງເປີດຫີບບັດ ແລະ ເລື່ອງກວດ ແລະ ນັບບັດລ້ວນແຕ່ມີການຕິດຕາມກວດກາຈາກຜູ້ມີສິດເລືອກຕັ້ງ, ສື່ມວນຊົນ… ຢ່າງເປີດເຜີຍ, ກະຈ່າງແຈ້ງ, ລະອຽດ. ການສະຫລຸບໃນເບື້ອງຕົ້ນຂອງຄະນະກຳມະການເລືອກຕັ້ງແຫ່ງຊາດສະແດງໃຫ້ເຫັນວ່າ: ຫຼາຍທ້ອງຖິ່ນໄດ້ປະຕິບັດວຽກງານໂຄສະນາເຜີຍແຜ່, ພິເສດແມ່ນການໂຄສະນາກົດໝາຍວ່າດ້ວຍການເລືອກຕັ້ງ ສສຊ ແລະ ສະມາຊິກສະພາປະຊາຊົນເຖິງມະຫາຊົນແມ່ນດີທີ່ສຸດ.