ຜູ້ມິສິດເລືອກຕັ້ງທ້ອງຖິ່ນຕ່າງໆເອົາໃຈໃສ່ເຖິງບັນຫາກ່ຽວຂ້ອງເຖິງຊີວິດສັງຄົມ

ຜູ້ມິສິດເລືອກຕັ້ງທ້ອງຖິ່ນຕ່າງໆເອົາໃຈໃສ່ເຖິງບັນຫາກ່ຽວຂ້ອງເຖິງຊີວິດສັງຄົມ - ảnh 1
ທ່ານ​ນາງ​ເລ​ຂາ​ສູນ​ການ​ພັກ, ຫົວ​ໜ້າ​ຄະ​ນະ​ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ
ຮ່າ​ທິ​ຄ​ຽດ ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງຢູ່​ບາງ​ທ້ອງ​ຖິ່ນ
(ພາບ: hagiangtv)

(vovworld) -​ໂດຍ​ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ, ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຢູ່​ທ້ອງ​ຖິ່ນ​ຕ່າງໆ​ໄດ້​ດ​ຳ​ເນີນການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ແຈ້ງ​ໃຫ​້​ຊາບ​ໝາກ​ຜົນ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່​ອ​ທີ 10, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ ຊຸດ​ທີ 13.

      ວັນ​ທີ 03/12, ທ່ານ​ນາງ​ເລ​ຂາ​ສູນ​ການ​ພັກ, ຫົວ​ໜ້າ​ຄະ​ນະ​ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ ຮ່າ​ທິ​ຄ​ຽດ ແລະ ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ແຂວງ ຮ່າ​ຢາງ ໄດ​້​ມີ​ກາ​ນ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງຢູ່​ບາງ​ທ້ອງ​ຖິ່ນ. ທີ່​ການ​ພົບ​ປະ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ປາດ​ຖະ​ໜາ​ວ່າ ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ສືບ​ຕໍ່​ເອົາ​ໃຈ​ໃສ່​ເຖິງ​ການ​ລົງ​ທຶນກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ໃຫ້​ບັນ​ດາ​ຕາ​ແສງ​ເຂດ​ຊາຍ​ແດນ; ໜູນ​ຊ່ວຍກໍ່​ສ້າງ​​ຫໍ​ພັກໃ​ຫ້​ຄູ​ອາ​ຈານ, ນັກ​ຮຽນ​ ຮຽນ​ຕາມ​ຮູບ​ແບບ​ເຄິ່ງ​ກິນນອນຢູ່​ບັນ​ດາໂຮງ​ຮຽນ​ເຂດ​ຫ່າງ​ໄກ​​ສອກ​ຫຼີິກ, ເຂດ​ຊາຍ​ແດນ.

      ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດແຂວງ ດັກ​ນົງ ໄດ​້​ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ຢູ່​ເທດ​ສະ​ບານ ຢາ​ເຫງ້ຍ, ບັນ​ດ​າ​ເມືອງ ຕຸຍ​ດຶກ, ດັກ​ຣ​ເລີບ, ດັກ​ຊອງ, ດັກ​ມີ. ຜູ້​ມີ​ສິດ​ເລື່ອງ​ຕັ້ງ​ບັນ​ດາ​ທ້ອງ​ຖິ່ນ​ແຂ​ວງ ດັກ​ນົງ ໃຫ້​ຂໍ້​ສັງ​ເກດ​ວ່າ, ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້, ໄດ້​ຕີ​ລາ​ຄາ​ສະ​ພາບ​ການ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ປະ​ເທດ​ຊາດ​ຢ່າງ​ໃກ​້​ຊິດ. ​​ຜູ້​ມີ​ສິດ​ເລືອກ​ຕັ້ງແຂວງ​ດັກ​ນົງ ກ​ໍ​ຍົກ​ຄຳ​ເຫັນ​ກ່ຽວ​ກັບ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທີ່​ຍັງ​ຄົງ​​ຄ້າງ​ໃນ​ການ​ຜະ​ລິດ​ກະ​ສິ​ກຳ ແລະ ຂໍ​້​ສະ​ເໜີ​ແນ​ະບາງ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​​ການຄົມ​ມະ​ນາ​ຄົມ​ຊົນ​ນະ​ບົດ.

      ຢູ່​ແຂວງ​ໄຕ​ນິງ, ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ໄ​ດ້​ຮັບ​ຟັງ​ບັນ​ດາ​ຄຳ​ເຫັນ​ລະ​ອຽດ ຜ່ານ​ກາ​ນ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງຄັ້ງ​ຕ່າງໆ. ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄດ້​ຍົກ​ອອກ​ຫຼາຍ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ຊີ​ວິດ​ສັງ​ຄົມ​ຄື: ບັນ​ດາ​ນະ​ໂຍ​ບາຍ, ລະ​ບອບ​ບຸ​ລິ​ມະ​ສິດ​ກ່ຽວ​ກັບ​ການ​ດຶງ​ດູດ​ຜູ້​​ທີ່​ມີ​ຄວາມເກັ່ງ​ກ້າ​ສາ​ມາດ​ຂອງ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ; ບັນຫາ​ເງິນ​ໃຊ້​ຈ່າຍ​ຮັບ​ໃຊ້​ນະ​ໂຍ​ບາຍ​ສົ່ງ​ເສີມ​ການ​ຮ່ຳ​ຮຽນ…

      ທີ່​ບັນ​ດາ​ການ​ພົບ​ປະ​ກັບຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຂວງ ຈ່າວ​ິງ ພາຍ​ຫຼັງ​ກອງ​ປະ​ຊຸມ, ​ຜູ້​ມີ​ສິດ​ເລືອກ​ຕັ້ງແຂວງ ຈ່າ​ວິງ ສະ​ແດງ​ຄວາມ​​ສົນ​ໃຈ​ເຖິງ​ບັນ​​ຫາ​ປ້ອງ​ກັນ, ຕ້ານ​ໄພ​ສັງ​ຄົມ.

ຂ່າວ/ບົດ​ອື່ນ