ຜູ້ມີສິດເລືອກຕັ້ງສະເໜີຫຼາຍບັນຫາກ່ຽວກັບ ເສດຖະກິດ-ສັງຄົມ
ຫົວໜ້າຄະນະ ສ.ສ.ຊ ແຂວງດົງນາຍ ທ່ານ ເຈີນວັນຕື ພວມກ່າວຄຳເຫັນຕໍ່ໜ້າບັນດາຜູ້ມີສິດເລືອກຕັ້ງ
(ພາບ: baodongnai.com.vn)
|
Vovworld- ພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຫວຽດນາມທີ 13, ບັນດາ ສ.ສ.ຊ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງຢູ່ຫຼາຍທ້ອງຖິ່ນ. ວັນທີ 27/6, ຄະນະ ສ.ສ.ຊ ແຂວງດົງນາຍ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງ ເຍີນແຈກ, ລອງແທ່ງ ແລະ ນະຄອນບຽນຮ່ວາ. ບັນດາ ສ.ສ.ຊ ໄດ້ຮັບຮູ້ບັນດາຄຳເຫັນຂອງຜູ້ມີສິດເລືອກຕັ້ງທີ່ກ່ຽວຂ້ອງເຖິງບັນຫາຮ້ອງທຸກກ່ຽວກັບການຍາດຊິງສິດນຳໃຊ້ທີ່ດິນໃນໝູ່ປະຊາຊົນ, ວຽກງານວາງແຜນຜັງ, ການແກ້ໄຂນະໂຍບາຍແຮງງານ..........ບັນດາ ສ.ສ.ຊ ຢືນຢັນວ່າ ບັນຫາໃດທີ່ກ່ຽວຂ້ອງເຖິງຄວາມຮັບຜິດຊອບຄຸ້ມຄອງລັດຢູ່ທ້ອງຖິ່ນຈະໄດ້ຮັບການກວດກາ ແລະ ແກ້ໄຂຕາມລະບຽບກົດໝາຍ. ຜູ້ມີສິດເລືອກຕັ້ງຢູ່ ໄຕນິງ ສະເໜີວ່າ ສູນກາງຈະປະຕິບັດຍົກສູງລະບອບໃຫ້ແກ່ທະຫານເສຍອົງຄະ, ທະຫານເຈັບປວຍໂດຍໄວ, ໜູນຊ່ວຍຜູ້ຜະລິດເຂົ້າ, ຍູ້ໄວການປະຕິບັດບັນດາໂຄງການກໍ່ສ້າງຊົນນະບົດໃໝ່, ນະໂຍບາຍດຶງດູດຜູ້ມີຄວາມເກັ່ງກ້າສາມາດ, ປະກອບສ່ວນດຶງດູດບັນດາເປົ້າໝາຍມີຄວາມຮູ້ຄວາມສາມາດໄປເຮັດວຽກຢູ່ທ້ອງຖິ່ນ.