(vovworld) - ການເຄື່ອນໄຫວຂອງກອງປະຊຸມນສະໄໝສາມັນຄັ້ງປະຖົມມະເລີກ, ສະພາແຫ່ງຊາດຊຸດທີ 14 ໃນເວລາທີ່ຜ່ານມາໄດ້ຮັບຄວາມເອົາໃຈໃສ່ຂອງຜູ້ມີສິດເລືອກຕັ້ງຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ. ຜູ້ມີສິດເລືອກຕັ້ງ ເຈີນວັນຫາຍ, ຢູ່ເມືອງຕາມເດື່ອງ, ແຂວງ ລາຍເຈົາ, ໃຫ້ຮູ້ວ່າ.
“ຂ້າພະເຈົ້າເຫັນວ່າ, ທີ່ກອງປະຊຸມສະພາແຫ່ງຊາດຄັ້ງນີ້, ຄຸນນະພາບຂອງສະມາຊິກສະພາແຫ່ງຊາດໄດ້ຮັບການຍົກສູງຂຶ້ນ; ຈະແຈ້ງທີ່ສຸດແມ່ນການກວດກາຖານະສະມາຊິກສະພາແຫ່ງຊາດໄດ້ຮັບການປະຕິບັດຢ່າງລອບຄອບທີ່ຖ້ວນ. ຂ້າພະເຈົ້າປາດຖະໜາວ່າ, ສະມາຊິກສະພາແຫ່ງຊາດຊຸດນີ້ ຈະມີຄວາມເຫັນດ້ານການເມືອງຂອງຕົນຢ່າງແທ້ຈິງ, ກ່າວຄຳເຫັນທີ່ກອງປະຊຸມສະພາແຫ່ງຊາດຕ້ອງເຕືອງເຖິງບັນດາບັນຫາເຊິ່ງຜູ້ມີສິດເລືອກຕັ້ງມີຄວາມສົນໃຈ.”
ຕິດຕາມການເຄື່ອນໄຫວຂອງກອງປະຊຸມຄັ້ງປະຖົມມະເລີກ, ສະພາແຫ່ງຊາດຊຸດທີ 14 ເປັນປະຈຳ, ຜູ້ມີສິດເລືອກຕັ້ງ ຟ້າມມາຍຮືງ, ເມືອງ ເຈີ໋ນອຽນ, ແຂວງອຽນບ໋າຍ ໃຫ້ຮູ້ວ່າ.
“ກອງປະຊຸມຄັ້ງປະຖົມມະເລີກໄດ້ເລືອກຕັ້ງບັນດາການນຳຫຼັກແຫຼ່ງເພື່ອນຳພາປະເທດຊາດ. ພວກຂ້າພະເຈົ້າປາດຖະໜາວ່າ ການນຳໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກປະຊາຊົນ ກໍຄືຄວາມໄວ້ເນື້ອເຊື່ອໃຈຈາກສະພາແຫ່ງຊາດ ຈະເຮັດຈົດສຸດຄວາມສາມາດ, ສຸມຈິດສຸມໃຈ ເພື່ອຮັບໃຊ້ປະເທດຊາດ; ສ້າງສາປະເທດຫວຽດນາມ ໃຫ້ນັບມື້ນັບພັດທະນາ; ກ້າວເຂົ້າສູ່ໄລຍະຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນເທື່ອລະກ້າວ”.
ທ່ານ ຟານຊວນທີ, ຜູ້ມີສິດເລືອກຕັ້ງ ຕາແສງເຟື໋ອກບິ່ງ, ເມືອງ 9, ນະຄອນໂຮ່ຈິມິນ ຊີ້ແຈ້ງວ່າ.
“ຂ້າພະເຈົ້າເຊື່ອໝັ້ນຕໍ່ບັນດາສະມາຊິກສະພາແຫ່ງຊາດຊຸດນີ້ ແລະ ຫວັງວ່າ, ສະພາແຫ່ງຊາດຊຸດນີ້ຈະມີບັນດາບາດກ້າວບຸກທະລຸໃນການກຳນົດທິດ. ກ່ອນອື່ນໝົດ, ຕໍ່ໜ້າແມ່ນດ້ານກົດໝາຍ, ຫຼັກຈາກນັ້ນແມ່ນການກຳນົດທິດກ່ຽວກັບຍຸດທະສາດເສດຖະກິດ, ນຳປະເທດຊາດໃຫ້ນັບມື້ນັບພັດທະນາ.”
ສ່ວນຜູ້ມີສິດເລືອກຕັ້ງ H’mang Nie, ຊາວເຜົ່າ ມະນົງ, ຢູ່ເມືອງດັກລັກ, ແຂວງ ດັກລັກ ປາດຖະໜາວ່າ.
“ຂ້າພະເຈົ້າກໍຄືຜູ້ມີສິດເລືອກຕັ້ງຊາວເຜົ່າຢູ່ບ້ານ Pay Pi ມີຫວັງຕໍ່ສະພາແຫ່ງຊາດ, ລັດຖະບານ ຈະມີການປ່ຽນໃໝ່ກວ່າ ເພື່ອສ້າງສາປະເທດຊາດໃຫ້ຮັ່ງມີ, ເຂັ້ມແຂງ; ການເມືອງ - ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບມີສະຖຽນລະພາບ. ຫວັງວ່າລັດຖະບານຈະເອົາໃຈໃສ່ເຖິງບັນດາຊົນເຜົ່າຢູ່ເຂດ ໄຕງວຽນ ຢ່າງແທດຈິງກວ່າ ເພື່ອພັດທະນາເສດຖະກິດ, ລົົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ”.