ຜູ້ມີສິດເລືອງຕັ້ງສິງຄະໂປຕັ້ງຄວາມຫວັງໃນການເລືອກຕັ້ງທົ່ວປະເທດໃນໄລຍະຈະມາເຖິງ
ທ່ານປະທານາທິບໍດີສິງຄະໂປ Tony Tan Keng Yam
(ພາບອີນເຕີແນດ)
(vovworld) – ດ້ວຍເລື່ອງທ່ານປະທານາທິບໍດີສິງຄະໂປ Tony Tan Keng Yam ຖະແຫຼງຍຸບເລີກສະພາແຫ່ງຊາດ ແລະ ປະກາດລັດຖະດຳລັດວ່າດ້ວຍການເລືອກຕັ້ງ ກຳນົດວັນເວລາດຳເນີນການເລືອກຕັ້ງທົ່ວປະເທດ ໃນວັນທີ 11/09 ຈະມາເຖິງ. ຄາດວ່າ, ບັນດາບັນຫາດຶງດູດຄວາມສົນໃຈແຕ່ດົນນານມາແລ້ວຂອງຜູ້ມີສິດເລືອກຕັ້ງຄື: ຄ່າໃຊ້ຈາຍໃນການດຳລົງຊີວິດແພງໂພດ, ເຮືອນຢູ່, ການສຶກສາ ແລະ ຄວາມຜິດໂຕນກັນດ້ານລາຍຮັບ. ທ່ານຮອງສາດສະດາຈານ Eugene Tan, ສັງກັດມະຫາວິທະຍາໄລຄຸ້ມຄອງສິງຄະໂປ ໃຫ້ຂໍ້ສັງເກດວ່າ, ນີ້ຈະແມ່ນການເລືອກຕັ້ງມີການແກ່ງແຍ້ງທີ່ສຸດໃນໄລຍະມໍ່ໆມານີ້. ຕາມທ່ານແລ້ວ, ການເລືອກຕັ້ງທົ່ວປະເທດໃນເວລາຈະມາເຖິງ ຍັງມີຄວາມໝາຍສຳຄັນອື່ນ, ຂະນະທີ່ສິ່ງແນ່ນອນວ່າ ມັນຈະປະກອບສ່ວນກຳນົດການນຳລຸ່ນທີ 4 ຂອງສິງກະໂປ.