ຜູ້ມີອຳນາດເຕັມແຫ່ງນິວຊີແລນ ສິນສຸດການຢ້ຽມຢາມ ຫວຽດນາມ ຢ່າງຈົບງາມ

ຜູ້ມີອຳນາດເຕັມແຫ່ງນິວຊີແລນ ສິນສຸດການຢ້ຽມຢາມ ຫວຽດນາມ ຢ່າງຈົບງາມ - ảnh 1
ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ນິວຊີ​ແລນ Jerry Mateparae ມີການພົບປະກັບທ່ານເລຂາທິານໃຫຍ່ ຫວຽນຟູ໋ຈ້ອງ

(vovworld) – ວັນ​ທີ 8/8, ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ນິວຊີ​ແລນ Jerry Mateparae ​ແລະ ພັນ​ລະ​ຍາ​ໄດ້​ເດີນທາງ​ອອກ​ຈາກ​ນະຄອນ ​ໂຮ່ຈີ​ມິນ, ສິ້ນ​ສຸດ​ການ​ຢ້ຽມຢາມ​ທາງ​ລັດຖະກິດຢູ່ ຫວຽດນາມ ​ໃນ​ລະ​ຫວ່າງ​ວັນ​ທີ 3 – 8/8 ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢ່າງ​ຈົບງາມ. ​ໃນ​ໄລຍະ​ເວລາ​ຢູ່ ຢ້ຽມຢາມ ຫວຽດນາມ, ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ນິວຊີ​ແລນ Jerry Mateparae ມີ​ການ​ເຈລະຈາ​ກັບທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ, ​ພົບ​ປະ​ກັບທ່ານ​​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ແລະ ທ່ານປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ. ທີ່​ການ​ພົບ​ປະ​ຄັ້ງ​ຕ່າງ​ໆ, 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ຂົງ​ເຂດ​ຕ່າງໆ, ພ້ອມ​ທັງ​ຊຸກຍູ້​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລົງທຶນ, ​ແລກປ່ຽນ​ການ​ຄ້າ, ນຳ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ບັນລຸ​ຕົວ​ເລກ​ປະ​ທັບ​ໃຈ​​ກ່ວາ​ອີກໃນ​ໄລຍະ​ຈະ​ມາ​ເຖິງ​.

        ​ໃນ​ການ​ຢ້ຽມຢາມ, ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ນິວຊີ​ແລນ Jerry Mateparae ​ໄດ້​ໄປ​ວາງ​ພວງມາລາ ​ແລະ ​ເຂົ້າ​ໄຫວ​້ອາ​​ໄລ​ສຸສານ​ປະທານ ​ໂຮ່ຈີ​ມິນ, ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ​ການ​ພົວພັນ​ຮ່ວມ​ມື​ການ​ສຶກສາລະ​ຫວ່າງ ຫວຽດນາມ ​ແລະ ນິວຢີ​ແລນ, ພົບ​ປະ​ກັບ​ປະຊາ​ຄົມ ​ແລະ ວິ​ສາ​ຫະກິດ ນິວຊີ​ແລນ ​ແລະ ​ໄປ​ຢ້ຽມຢາມ​ບາງ​ທ້ອງ​ຖີ່​ນ ​ແລະ ຮາກ​ຖານ​ເສດຖະກິດ, ວັດທະນະທຳ​ຂອງ ຫວຽດນາມ.

 

ຂ່າວ/ບົດ​ອື່ນ